ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ສ. ອິນໂດເນເຊຍ ຢ່າງເປັນທາງການ

visit indo 1 visit indo 2

visit indo 3 visit indo 4

visit indo 5 visit indo 6

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ນາງ ເລັດໂນ ມາຊຸດີ (Mrs. Retno L.P. Marsudi), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສ. ອິນໂດເນເຊຍ ຢ່າງເປັນທາງການ, ໃນລະຫວ່າງວັນທີ 26-28 ກໍລະກົດ 2017, ຊຶ່ງເປັນການຢ້ຽມຢາມຄັ້ງທຳອິດ ນັບແຕ່ດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ການຢ້ຽມຢາມຄັ້ງນີ້ ໄດ້ເປັນຂີດໝາຍອັນສຳຄັນ ໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ມີມາແຕ່ດົນນານ ລະຫວ່າງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນເລື້ອຍໆ, ຊຶ່ງການຢ້ຽມຢາມຄັ້ງນີ້ກໍ່ພໍດີຖືກກັບປີຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດນໍາກັນ ລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ.

  ໃນວັນທີ 27 ກໍລະກົດ 2017, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງ ທ່ານ ນາງ ເລັດໂນ ມາຊຸດີ ແລະ ສອງລັດຖະມົນຕີກະຊວງ ການຕ່າງປະເທດ ໄດ້ເປັນປະທານຮ່ວມໃນກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ (JCBC) ລາວ-ອິນໂດເນເຊຍ ຄັ້ງທີ 5, ຊຶ່ງຈັດຂື້ນຢູ່ກະຊວງການຕ່າງປະ ເທດ ອິນໂດເນເຊຍ, ທີ່ ຈາກາຕາ. ໃນໂອກາດນີ້, ສອງຝ່າຍໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ໂດຍຫຍໍ້ ຂອງປະເທດຕົນໃຫ້ກັນຊາບ, ພ້ອມທັງໄດ້ທົບທວນຄືນການພົວພັນ ຮ່ວມມືສອງຝ່າຍ ລາວ-ອິນໂດເນເຊຍ ໃນໄລຍະຜ່ານມາ ແລະ ປຶກສາຫາລືກັນ ກ່ຽວກັບແຜນການຮ່ວມມືໃນອະນາຄົດ, ໂດຍສະເພາະແມ່ນການຮ່ວມມືທາງດ້ານການເມືອງ ເປັນຕົ້ນແຜນການຢ້ຽມຢາມ ສ. ອິນໂດເນເຊຍ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນທ້າຍປີ 2017, ດ້ານວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ,  ດ້ານການສຶກສາ, ໂທລະຄົມມະນາຄົມ ແລະ ການສື່ສານ, ດ້ານການຄ້າ ແລະ ການລົງທຶນ, ການພົວພັນດ້ານທະນາຄານ, ການຮ່ວມມືດ້ານໂຍທາທິການ ແລະ ຂົນສົ່ງ, ແລະ ດ້ານກະສິກໍາ ໂດຍສະເພາະການຮ່ວມມືໃນດ້ານການຄົ້ນຄວ້າການຜະລິດ ແລະ ສະໜອງຝຸ່ນນໍາໃຊ້ໃນຂະແໜງກະສິກໍາ. ພ້ອມນັ້ນ, ສອງຝ່າຍເຫັນດີຈະວາງແຜນຂະຫຍາຍການແລກປ່ຽນວັດທະນະທໍາ ແລະ ສົ່ງເສີມການທ່ອງທ່ຽວສອງຝ່າຍ.

ຂອບການຮ່ວມມືຫລາຍຝ່າຍ, ທັງສອງລັດຖະມົນຕີໄດ້ຢໍ້າຄືນຄໍາໝັ້ນສັນຍາຂອງຕົນທີ່ຈະສົ່ງເສີມປະຊາຄົມ ອາຊຽນ ແລະ ເປົ້າໝາຍຂອງອາຊຽນ ກ່ຽວກັບການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ໃນຂົງເຂດ ແລະ ໃນໂລກ. ນອກຈາກນັ້ນ, ສອງຝ່າຍໄດ້ເຫັນດີທີ່ຈະສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການສະໝັກເຂົ້າເປັນສະມາຊິກ ໃນກອບອົງການສະຫະປະຊາຊາດ ແລະ ອົງການສາກົນຕ່າງໆ, ພ້ອມທັງໄດ້ແລກປ່ຽນຄຳຄິດຄຳເຫັນນຳກັນ ກ່ຽວກັບສະພາບການພົ້ນເດັ່ນ ໃນພາກພື້ນ ແລະ ສາກົນ ທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ.

ສອງລັດຖະມົນຕີໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ລະຫວ່າງປະຊາຊົນສອງຊາດ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວດີຂຶ້ນເລື້ອຍໆ, ຊຶ່ງເຫັນໄດ້ຈາກ ສອງປະເທດມີການແລກປ່ຽນການຢ້ຽມຢາມນຳກັນຢ່າງເປັນປົກກະຕິ ລະຫວ່າງຜູ້ແທນຂັ້ນສູງ ຈົນຮອດລະດັບວິຊາການໃນຂະແໜງການຕ່າງໆ. ພ້ອມກັນນັ້ນ, ສອງຝ່າຍໄດ້ສະແດງຄວາມຊົມເຊີຍທີ່ສອງປະເທດ ໄດ້ບັນລຸການລົງນາມໃນບົດບັນທຶກຄວາມເຂົ້າໃຈ ລະຫວ່າງກອງທຶນປົກປ້ອງຜູ້ຝາກເງິນ, ທະນາຄານແຫ່ງຊາດລາວ ກັບປະກັນໄພເງິນຝາກອິນໂດເນເຊຍ ໃນລະຫວ່າງວັນທີ 17-21 ກໍລະກົດ 2017 ຜ່ານມາ ແລະ ໄດ້ເອົາໃຈໃສ່ກະກຽມຈັດກິດຈະກຳຕ່າງໆ ເຊັ່ນ: ການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ, ການແລກປ່ຽນທາງດ້ານວັດທະນະທໍໍາ, ການປາຖະກະຖາ, ການວາງ ສະແດງສິນຄ້າ ແລະ ຮູບພາບ ລວມທັງການຈັດໃຫ້ມີການພົບປະລະຫວ່າງນັກທຸລະກິດ ເພື່ອຈະສະເຫຼີມສະຫຼອງ ຄົບຮອບ 60 ປີ (30 ສິງຫາ 1957-30 ສິງຫາ 2017) ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ. ອິນໂດເນເຊຍ.

   ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈໃນການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດ ຕໍ່ການຢ້ຽມຢາມອິນໂດເນເຊຍ ຂອງທ່ານໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ສ. ອິນໂດເນເຊຍ ທີ່ໃຫ້ການຊ່ວຍເຫຼືອດ້ານການພັດທະນາຊັບພະຍາກອນມະນຸດ ໃນຂະແໜງການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ການສຶກສາ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ຂະແໜງການອື່ນໆໃນໄລຍະຜ່ານມາ, ລວມທັງການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2016 ຜ່ານມາ ໃຫ້ສຳເລັດຢ່າງຈົບງາມ.

          ໃນໂອກາດດຽວກັນ, ທ່ານ ນາງ ເລັດໂນ ມາຊຸດີ ກໍໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ການຢ້ຽມຢາມ ສ. ອິນໂດເນເຊຍ ຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະໃນຄັ້ງນີ້, ພ້ອມທັງໄດ້ສະແດງຂອບໃຈ ລັດຖະບານ ສປປ ລາວ ຕໍ່ການສະໜັບສະໜູນ ສ. ອິນໂດເນເຊຍ ໃນການສະໝັກເລືອກຕັ້ງເປັນປະທານອົງການ ແລະ ສະ ມາຊິກອົງການຕ່າງໆ ໃນກອບອົງການສະຫະປະຊາຊາດ ຂອງອິນໂດເນເຊຍ ໃນໄລຍະຜ່ານມາ.

          ໃນຕອນທ້າຍຂອງກອງປະຊຸມ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ເຊື້ອເຊີນ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ ແລະ ຄະນະ ມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ອິນໂດເນເຊຍ ຄັ້ງທີ 6 ທີ່ ສປປ ລາວ ໃນປີ 2019.

ພາຍຫຼັງສຳເລັດການພົບປະ, ສອງລັດຖະມົນຕີກະຊວງການຕ່າງປະເທດກໍ່ໄດ້ຮ່ວມເປີດປ້າຍກາໝາຍ 60 ປີແຫ່ງການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ອິນໂດເນເຊຍ ແລະ ໄດ້ຖະແຫຼງຂ່າວຮ່ວມກັນຕໍ່ສື່ມວນຊົນ ກ່ຽວກັບ ຜົນຂອງກອງປະຊຸມຄະນະກຳມະການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ອິນໂດເນເຊຍ ຄັ້ງທີ 5 ຢູ່ ສ. ອິນໂດເນເຊຍ ໃນຄັ້ງນີ້.

          ໃນໂອກາດຢ້ຽມຢາມ ສ. ອິນໂດເນເຊຍ ໃນຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ແລະ ຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ຳນັບ ພະນະທ່ານ ມູຮຳມັດ ຈຸຊຸບ ຄາລາ (Muhammad Jusuf Kalla), ຮອງປະທານາທິບໍດີ ແຫ່ງ ສ. ອິນໂດເນເຊຍ, ທີ່ ທຳນຽບຮອງປະທານາທິບໍດີ. ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ນຳເອົາຄວາມຍື້ຢາມຖາມຂ່າວຈາກ ພະນະທ່ານ ພັນຄໍາ ວິພາວັນ, ຮອງປະທານປະເທດ ແລະ ພະນະທ່ານ ທອງລຸນ ສີສຸລິດ, ​ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເຖິງ ພະນະທ່ານຮອງປະທານາທິບໍດີອິນໂດເນເຊຍ, ພ້ອມທັງໄດ້ແຈ້ງໃຫ້ຊາບ ກ່ຽວກັບຜົນສຳເລັດຂອງກອງປະຊຸມຄະນະກຳມະການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ອິນໂດເນເຊຍ ຄັ້ງທີ 5. ນອກຈາກນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ແລະ ຄະນະ ຍັງໄດ້ຢ້ຽມຢາມສູນການສຶກສາ ແລະ ຝຶກອົບຮົມຂອງກະຊວງການຕ່າງປະເທດອິນໂດເນເຊຍ ແລະ ພົບປະກັບບັນດາບໍລິສັດຂອງອິນໂດເນເຊຍ ຈຳນວນໜຶ່ງ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490067
ມື້ນີ້94
ມື້ວານ292
ອາທິດນີ້1266
ເດືອນນີ້3460