ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

 

 

ກົມກົງສຸນ ກະຊວງການຕ່າງປະເທດ ຂໍຖືເປັນກຽດແຈ້ງມາຍັງພໍ່ແມ່, ປະຊາຊົນ, ພະນັກ ງານ, ທະຫານ, ຕຳຫຼວດ, ຊາບວ່າ:

 

ໃນໄລຍະຜ່ານມາ, ຄວາມຮຽກຮ້ອງຕ້ອງການຂໍນຳໃຊ້ໜັງສືຜ່ານແດນຂອງປະຊາຊົນລາວເຮົາ ແມ່ນມີຈໍານວນຫຼວງຫຼາຍ ເຊິ່ງເປັນປະລິມານເກີນຂີດຄວາມສາມາດໃນການຮອງຮັບຕົວຈິງຂອງລະບົບການອອກໜັງສືຜ່ານແດນຂອງກົມກົງສຸນ ທີ່ມີຢູ່. ສະນັ້ນ, ຈຶ່ງເຮັດໃຫ້ການອອກໜັງສືຜ່ານແດນໃນໄລຍະຜ່ານມາໃຊ້ເວລາດົນ ບໍ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງ ການຂອງສັງຄົມໄດ້. ການສຳພາດເກັບກຳຂໍ້ມູນໃນສະພາບປົກກະຕິຢູ່ກົມກົງສຸນ ສາມາດພິຈາລະ ນາຮັບໄດ້ແຕ່ 300ຄົນ/ມື້; ແຕ່ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ     ກົມກົງສຸນ ໄດ້ລະດົມພະນັກງານສືບຕໍ່ປະຕິບັດໜ້າທີ່ເກີນໂມງລັດຖະການ, ແຕ່ລະມື້ຕອນເຊົ້າພະນັກງານກົມກົງສຸນຕ້ອງໄດ້ຊັບປ່ຽນກັນມາກ່ອນໂມງລັດຖະການ ແຕ່ 7:00 ໂມງເຊົ້າ ແລະ ຕອນແລງຕ້ອງສືບຕໍ່ເຮັດວຽກນອກໂມງການ ຮອດ 18:00 ໂມງ ແລະ ຮັບສຳພາດເກັບກຳຂໍ້ມູນໃຫ້ໄດ້ຫຼາຍກວ່າ 500 ຄົນ/ມື້, ໂດຍລວມ 06 ສູນຮັບຄຳຮ້ອງທົ່ວປະເທດ ຈະມີຈຳນວນ 1,700-1,800 ຄົນ/ມື້. ເຖິງແມ່ນວ່າ, ຈະຮັບສຳພາດໄດ້ເປັນຈຳນວນຫຼວງຫຼາຍ ແຕ່ການດຳເນີນການພິມອອກໜັງສືຜ່ານແດນຂອງ ກົມກົງສຸນ ປົກກະຕິແມ່ນຈະໄດ້ພຽງແຕ່ 800-900 ເຫຼັ້ມ/ມື້ ເນື່ອງຈາກເຄື່ອງຈັກ ແລະ ອຸປະກອນຮັບໃຊ້ການຜະລິດໜັງສືຜ່ານແດນມີຈຳນວນຈຳກັດ ແລະ ມີການເປ່ເພ. ຕໍ່ກັບບັນຫາດັ່ງກ່າວ, ກົມກົງສຸນຕ້ອງຂໍອະໄພຢ່າງສູງຕໍ່ກັບຄວາມບໍ່ສະດວກດັ່ງກ່າວມາໃນທີ່ນີ້ດ້ວຍ.

 

ພາຍຫຼັງທີ່ໄດ້ຮັບທິດຊີ້ນຳຈາກຄະນະລັດຖະບານ ກໍ່ຄືການນຳຂອງກະຊວງການຕ່າງປະ ເທດ ໃຫ້ເອົາໃຈໃສ່ແກ້ໄຂບັນຫາດັ່ງກ່າວໃຫ້ສຳເລັດໂດຍໄວ.  ກົມກົງສຸນ ໄດ້ເລັ່ງໃຫ້ມີການສ້ອມ ແປງເຄື່ອງພິມໃຫ້ສຳເລັດ ແລະ ໂດຍຕອບສະໜອງດ້ານງົບປະມານຈາກກະຊວງການເງິນ ຈຶ່ງໄດ້ຈັດຊື້ອຸປະກອນເຄື່ອງພິມເພີ່ມຕື່ມອີກຈຳນວນ 10 ເຄື່ອງ. ປະຈຸບັນ, ກົມກົງສຸນ ສາມາດດຳເນີນການອອກໜັງສືຜ່ານແດນ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ແລະ ແກ້ໄຂບັນຫາໜັງສືຜ່ານແດນທີ່ຕົກຄ້າງຢູ່ກົມກົງສຸນ ແລະ ສູນຮັບຄຳຮ້ອງຂໍໜັງສືຜ່ານແດນແຂວງ ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ໄຊຍະບູລີ ແລະ ຊຽງຂວາງ ໄດ້ສຳເລັດທັນຕາມກຳນົດທີ່ນັດໝາຍ 100%. ສ່ວນການແກ້ໄຂການອອກໜັງສືຜ່ານແດນຂອງສູນຮັບຄຳຮ້ອງຂໍໜັງສືຜ່ານແດນແຂວງອຸດົມໄຊ ແມ່ນສາມາດປະຕິບັດໄດ້ແລ້ວ 98%, ຍ້ອນບັນຫາດ້ານການຂົນສົ່ງ (ສະພາບດິນຟ້າ ແລະ ເສັ້ນທາງທີ່ຫຍຸ້ງຍາກ) ຈຶ່ງເຮັດໃຫ້ມີຄວາມລ່າຊ້າ ແລະ ຮັບໜັງສືຜ່ານແດນບໍ່ໄດ້ຕາມກຳນົດນັດໝາຍ (ຫຼຸດລື່ນກັນ 1-2 ວັນ) ແລະ ອີກສາເຫດໜຶ່ງທີ່ເຮັດໃຫ້ການອອກໜັງສືຜ່ານແດນມີຄວາມລ່າຊ້າ ແມ່ນເນື່ອງຈາກການແກ້ໄຂເອກະສານແຈ້ງເສຍຫາຍ ທີ່ມີຈຳນວນຫຼາຍ ຊຶ່ງຕ້ອງໄດ້ດຳເນີນໄປຕາມຂັ້ນຕອນລະບຽບການ, ເຖິງຢ່າງໃດກໍ່ຕາມ ກົມກົງສຸນຈະພະຍາຍາມເລັ່ງແກ້ໄຂບັນຫາດັ່ງກ່າວໃຫ້ໄດ້ 100% ໃນໄລຍະອັນໃກ້ນີ້.

 

ກົມກົງສຸນຂໍແຈ້ງມາຍັງພໍ່ແມ່ປະຊາຊົນຊາບຕື່ມວ່າ ຖ້າຫາກທ່ານໃດເຂົ້າມາແລ່ນຂໍນຳໃຊ້ໜັງສືຜ່ານແດນຢູ່ກົມກົງສຸນ ຫລື ສູນຮັບຄຳຮ້ອງເຮັດໜັງສືຜ່ານແດນ ຢູ່ 06 ແຂວງຂ້າງເທິງ ຫາກບໍ່ໄດ້ຮັບໜັງສືຜ່ານແດນຕາມວັນກຳນົດນັດໝາຍ ແມ່ນໃຫ້ເຂົ້າມາພົວພັນນຳພະນັກງານທີ່ກ່ຽວ ຂ້ອງຂອງກົມກົງສຸນ, ສຳລັບຢູ່ສູນຮັບຄໍາຮ້ອງ ແມ່ນໃຫ້ເຂົ້າໄປພົວພັນກັບຫົວໜ້າ ຫລື ພະນັກງານຂອງສູນຮັບຄຳຮ້ອງ ເພື່ອຕິດຕາມ ແລະ ພິຈາລະນາແກ້ໄຂ ໄປຕາມທາງຄວນ.

 

ໃນໂອກາດນີ້, ກົມກົງສຸນ ຂໍອະໄພໃນຄວາມບໍ່ສະດວກຕໍ່ກັບການໃຫ້ບໍລິການ ໃນການດຳເນີນການອອກໜັງສືຜ່ານແດນໃຫ້ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ ແລະ ຕຳຫຼວດ ບໍ່ໄດ້ທັນຕາມກຳນົດນັດໝາຍໃນໄລຍະຜ່ານມາ ແລະ ຂໍສະແດງຄວາມຂອບໃຈ ມາຍັງທຸກທ່ານທີ່ໃຫ້ ການຮ່ວມມື ແລະ ສະແດງຄວາມຮູ້ບຸນຄຸນມາຍັງລັດຖະບານ ກໍ່ຄືການນຳຂອງກະຊວງການຕ່າງ ປະເທດ ທີ່ໄດ້ໃກ້ຊິດຕິດແທດ ແລະ ໃຫ້ທິດຊີ້ນຳໃນການແກ້ໄຂບັນຫາໃຫ້ສຳເລັດໄປໄດ້ດ້ວຍດີ.

 

ຂໍຂອບໃຈ

ນະຄອນຫຼວງວຽງຈັນ, ວັນທີ 06 ພະຈິກ 2023

ກົມກົງສຸນ,​ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486078
ມື້ນີ້209
ມື້ວານ168
ອາທິດນີ້1114
ເດືອນນີ້5383