ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແຈ້ງການ

ແຈ້ງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສົມເດັດ ຊຸນຕານ  ແຫ່ງ ບຣູໄນ ດາຣູຊາລາມ ພ້ອມດ້ວຍພະມະເຫສີ ແລະ ຄະນະ ຈະເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ແຕ່ວັນທີ 2-4 ຕຸລາ 2023

     

  

  

ແຈ້ງການ ຂອງກະຊວງການຕ່າງປະເທດ

       

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ມູອິດຊັດດິນ ວັດດາວລາ ອິບນີ ອານ-ມາຣູມ ຊຸນຕານ ຮາຈິ ໂອມາ ອາລີ ໄຊຟຸດດຽນ ຊາອັບດຸນ ໄຄຣີ ວັດດຽນ, ຊຸນຕານ ຍັງ ດີ-ເປີຕວນ ແຫ່ງ ບຣູໄນ ດາຣູຊາລາມ ພ້ອມດ້ວຍພະມະເຫສີ ແລະ ຄະນະ ຈະເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ແຕ່ວັນທີ 2-4 ຕຸລາ 2023 ທີ່ ນະຄອນຫຼວງວຽງຈັນ ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການ​ຮ່ວມ​ມື ທ່າມກາງການສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ ລາວ-ບຣູໄນ ຄົບຮອບ 30 ປີ.

   

ນະຄອນຫຼວງວຽງຈັນ, ວັນທີ 29 ກັນຍາ 2023

ອ່ານເພີ່ມເຕີມ... 

ແຈ້ງການຂອງກະຊວງການຕ່າງປະເທດ ກ່ຽວກັບ ປະທານປະເທດ ແຫ່ງ ສປປ ລາວ ຈະເດີນທາງຢ້ຽມຢາມທາງລັດຖະກິດ ສາທາລະນະລັດ ກູບາ ແລະ ເຂົົ້າຮ່ວມກອງປະຊຸມສຸດຍອດກຸ່ມປະເທດ 77 ແລະ ຈີນ ແຕ່ວັນທີ 12-16 ກັນຍາ 2023

 

ແຈ້ງການຂອງກະຊວງການຕ່າງປະເທດ

 

 

 PS ThongLoun

 

 

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ພະນະທ່ານ ມີເກັນ ດີເອັດສ-ກາແນນ ເບີມູເດັດສ, ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນທາງຢ້ຽມຢາມທາງລັດຖະກິດ ສາທາລະນະລັດ ກູບາ ແລະ ເຂົົ້າຮ່ວມກອງປະຊຸມສຸດຍອດກຸ່ມປະເທດ 77 ແລະ ຈີນ ແຕ່ວັນທີ 12-16 ກັນຍາ 2023 ທີ່ ນະຄອນຫຼວງລາຮາວານ, ສາທາລະນະລັດ ກູບາ  ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການ​ຮ່ວມ​ມື ລະຫວ່າງສອງປະເທດ ແລະ  ຊຸກຍູ້ສົ່ງເສີມການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດນະກໍາ ລະຫວ່າງ ປະເທດກໍາລັງພັດທະນາ.

ອ່ານເພີ່ມເຕີມ... 

ລັດຖະມົນຕີຕ່າງປະເທດ ຟີລິບປິນ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

 

 

FMphilippines

 

ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ ຂອງ ​ພະນະ​ທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະ​ທ່ານ ແອນຣິເກ ເອ. ມານາໂລ, ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສາທາລະນະລັດ ຟີລິບປິນ ພ້ອມ​ດ້ວຍພັນລະຍາ ແລະ ​ຄະນະ ຈະ​ເດີນທາງ​ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ຟີລິບປິນ ຄັ້ງທີ 2, ​ໃນ​ລະຫວ່າງວັນ​ທີ 03 - 05 ສິງຫາ 2023 ເພື່ອ​ເປັນ​ການ​ຮັດແຫນ້ນສາຍ​ພົວພັນ​ມິດຕະພາບ​ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ແລະ ສາທາລະນະລັດ ຟີລິບປິນ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສົມເດັດ ຊຸນຕານ  ແຫ່ງ ບຣູໄນ ດາຣູຊາລາມ ຈະເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ແຕ່ວັນທີ 2-4 ຕຸລາ 2023

   

ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
443757
ມື້ນີ້106
ມື້ວານ203
ອາທິດນີ້72
ເດືອນນີ້309