ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຖະແຫລງການຂອງອາຊຽນ

ຖະແຫຼງການລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບການຄາດຕະກຳ ເອກອັກຄະລັດຖະທູດ ແຫ່ງ ສະຫະພັນ ລັດເຊຍ ປະຈຳ ຕວັກກີ

AseanLOGO1

ຖະແຫຼງການລັດຖະມົນຕີຕ່າງປະເທດອາຊຽນ

ກ່ຽວກັບການຄາດຕະກຳ ເອກອັກຄະລັດຖະທູດ ແຫ່ງ ສະຫະພັນລັດເຊຍ ປະຈຳ ຕວັກກີ

 

   ອາຊຽນ ກ່າວປະນາມຢ່າງຮຸນແຮງ ຕໍ່ການຄາດຕະກຳ ທ່ານ ອັນເດຣ ກາລົບ, ເອກອັກຄະລັດຖະທູດ ແຫ່ງ ສະຫະພັນລັດເຊຍ ປະຈຳ ຕວັກກີ ທີ່ ນະຄອນຫຼວງ ອັງກາລາ ໃນວັນທີ 19 ທັນວາ 2016, ເຊິ່ງບໍ່ສາມາດມີເຫດຜົນໃດໆມາອະທິບາຍການກະທຳດັ່ງກ່າວໄດ້.

ອ່ານເພີ່ມເຕີມ... 

ຖະແຫລງການລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບ ເຫດການແຜ່ນດິນໄຫວໃນແຂວງ ອາເຈ, ປະເທດອິນໂດເນເຊຍ

AseanLOGO1

 

ຖະ​ແຫລ​ງການ​ລັດຖະມົນ​ຕີ​ຕ່າງປະ​ເທດ​ອາ​ຊຽນ

ກ່ຽວ​ກັບ ​ເຫດການ​ແຜ່ນ​ດິນ​ໄຫວ​ໃນ​ແຂວງ​ອາ​ເຈ, ປະ​ເທດອິນ​ໂດ​ເນ​ເຊຍ.  

11 ທັນວາ 2016

*****************************

 

ບັນດາ​ປະ​ເທດ​ມະ​ມາ​ຊິກ​ອາ​ຊຽນ ຮູ້ສຶກ​ເສຍ​ໃຈ ຕໍ່​ກັບ​ເຫດການ​ແຜນ​ດິນ​ໄຫວທີ່​ເກີດ​ຂຶ້ນ ຢູ່ ຝັ່ງຕາ​ເວັນ​ອອກສ່ຽງ​ເໜືອ​ ເກາະ​ສຸ​ມາຕາ, ແຂວງອາ​ເຈ, ປະ​ເທ​ດອິນ​ໂດ​ເນ​ເຊຍ, ​ໃນ​ວັນທີ 7 ທັນວາ 2016, ອັນ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ​ແລະ ບາດ​ເຈັບ​ເປັນ​ຈຳນວນ​ຫຼາຍຄົນ ​ແລະ ຊັບ​ສິນ​ຖືກ​ທຳລາຍ.

 

ໃນຊ່ວງເວລາທີ່ຫຍຸ້ງຍາກນີ້, ອາ​ຊຽນ ສະ​ແດງ​ຄວາມ​​ເຫັນ​ອົກ​ເຫັນ​ໃຈ ​ແລະ ​ເສົ້າສະຫຼົດ​ໃຈ​ຢ່າງ​ສຸດຊຶ້ງ ມາ​ຍັງ ລັດຖະບານ ​ແລະ ປະຊາຊົນ ​ອິນ​ໂດ​ເນ​ເຊຍ, ໂດ​ຍສະ​ເພາະ​ແມ່ນ ຄອບຄົວ​ຂອງ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ ຈາກ​ເຫດການ​ແຜ່ນ​ດິນ​ໄຫວ.

 

ອາ​ຊຽນ ພ້ອມ​ທີ່​ຈະ​ໃຫ້ການ​ຮ່ວມ​ມື ​ແລະ ການ​ສະໜັບສະໜູນ ​ໂດຍ​ທຸກ​ວິທີ​ທາງ​ທີ່​ ອາ​ຊຽນສາມາດ​ເຮັດ​ໄດ້ ​ເພື່ອ​ປະກອບສ່ວນ​ໃຫ້​ແກ່​ຄວາມ​ພະຍາຍາມ​ຂອງ​ລັດຖະບານ ​ແລະ ປະຊາຊົນ​ອິນໂດເນເຊຍ ​ຟື້ນ​ຄືນ​ສູ່​ສະພາບ​ປົກກະຕິ​ໂດຍ​​​ໄວ.

ຖະແຫຼງການລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບ ການທົດລອງນິວເຄລຍ ໂດຍ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ

AseanLOGO1

ຖະແຫຼງການລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບ ການທົດລອງນິວເຄລຍ ໂດຍ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ

10 ກັນຍາ 2016

ອາຊຽນ ສະແດງຄວາມເປັນຫ່ວງຢ່າງຈິງຈັງ ຕໍ່ການທົດລອງນິວເຄລຍ ຄັ້ງທີ ຫ້າ ຂອງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ (ສປປ ເກົາຫຼີ) ໃນວັນທີ 9 ກັນຍາ 2016 ຊຶ່ງເປັນການລະເມີດບັນດາຍັດຕິທີ່ກ່ຽວຂ້ອງ ຂອງສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ.

ອາຊຽນ ຢໍ້າຄືນ ຄວາມສໍາຄັນຂອງສັນຕິພາບ ແລະ ຄວາມໝັ້ນຄົງໃນແຫຼມເກົາຫຼີ ແລະ ຢືນຢັນຄືນ ການສະໜັບສະໜູນຂອງຕົນຢ່າງເຕັມປ່ຽມ ເພື່ອສ້າງແຫຼມເກົາຫຼີ ໃຫ້ເປັນເຂດປອດອາວຸດນິວເຄລຍໂດຍສັນຕິວິທີ. ອາຊຽນ ຮຽກຮ້ອງໃຫ້ ສປປ ເກົາຫຼີ ປະຕິບັດຢ່າງຄົບຖ້ວນ ບັນດາຍັດຕິທີ່ກ່ຽວຂ້ອງ ຂອງສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ລວມທັງ ຍັດຕິຂອງສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ສະບັບເລກທີ 2270. ອາຊຽນ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ເອົາຄວາມພະຍາຍາມຮ່ວມກັນ ເພື່ອປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນຂົງເຂດດັ່ງກ່າວ.

ແຈ້ງການ

   

* ແຈ້ງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສົມເດັດ ຊຸນຕານ  ແຫ່ງ ບຣູໄນ ດາຣູຊາລາມ ຈະເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ແຕ່ວັນທີ 2-4 ຕຸລາ 2023

   

ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
443755
ມື້ນີ້104
ມື້ວານ203
ອາທິດນີ້70
ເດືອນນີ້307