ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ

 

ແຈ້ງການ

 

 

ເຖິງ:   ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ.

ເລື່ອງ: ການປັບອັດຕາຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ.

 

 

ກົມກົງສຸນ ຂໍຖືເປັນກຽດແຈ້ງມາຍັງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນລາວບັນດາເຜົ່າໃນທ່ົວປະເທດ ທີ່ມີຈຸດປະສົງຕ້ອງການສະເໜີຂໍໜັງສືຜ່ານແດນ ຢູ່ ນະຄອນຫຼວງວຽງຈັນ ແລະ ບັນດາສູນຮັບຄຳຮ້ອງ ຢູ່ຕ່າງແຂວງ ຊາບກ່ຽວກັບການປັບຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນ ຕາມລັດຖະບັນຍັດວ່າດ້ວຍການປັບປຸງບາງມາດຕາຂອງລັດຖະບັນຍັດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ໃນຂົງເຂດການຕ່າງປະ ເທດ, ສະບັບເລກທີ 001/ປປທ, ລົງວັນທີ 26 ມັງກອນ 2024, ຊຶ່ງມີລາຍລະອຽດດັ່ງນີ້:

 

I. ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນ.

 

1. ລັດຖະບັນຍັດສະບັບປັບປຸງດັ່ງກ່າວນີ້ ໄດ້ກຳນົດຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນເປັນເງິນໂດລາ ເພື່ອເປັນບ່ອນອີງໃນການຈັດເກັບໃນລາຄາ ດັ່ງນີ້:

-   ຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນ ເອເລັກໂຕຣນິກ ລາຄາ 60 ໂດລາ;

-   ຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນ ບໍ່ແມ່ນເອເລັກໂຕຣນິກ ລາຄາ 40 ໂດລາ.

 

2. ການເກັບຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນຕົວຈິງແມ່ນເກັບເປັນເງິນກີບ ຕາມອັດຕາແລກປ່ຽນທີ່ກະຊວງການເງິນເປັນຜູ້ກຳນົດໃຫ້ໃນແຕ່ລະໄລຍະ.

 

3. ການເກັບຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນໃນອັດຕາ ແລະ ວິທີການດັ່ງກ່າວນີ້ແມ່ນເພື່ອໃຫ້ມີງົບປະມານພຽງພໍໃນການຈັດຕັ້ງປະຕິບັດວຽກງານໜັງສືຜ່ານແດນໃຫ້ມີຄຸນນະພາບ, ປະສິດທິຜົນ ແລະ ຍືນຍົງ ເຊັ່ນ: ການຊໍາລະຄ່າໜັງສືຜ່ານແດນ, ອຸປະກອນໄອທີຕ່າງໆທີ່ກ່ຽວຂ້ອງ ທີ່ນຳເຂົ້າມາຈາກຕ່າງປະເທດ, ການບໍາລຸງຮັກສາລະບົບເຕັກນິກອອກໜັງສືຜ່ານແດນໃຫ້ສາມາດເຄື່ອນໄຫວໄດ້ຢ່າງເປັນປົກກະຕິ, ຕໍ່ເນື່ອງ ແລະ ອື່ນໆ.

 

II. ການບໍລິການອອກໜັງສືຜ່ານແດນດ່ວນ.

 

1. ລັດຖະບັນຍັດສະບັບປັບປຸງດັ່ງກ່າວນີ້ ໄດ້ກໍານົດຄ່າບໍລິການອອກໜັງສືຜ່ານແດນດ່ວນ ເປັນ 3 ປະເພດດັ່ງນີ້:

-   ບໍລິການອອກໜັງສືຜ່ານແດນ 01 ວັນ ລາຄາ: 1.000.000 ກີບ/ຫົວ

-   ບໍລິການອອກໜັງສືຜ່ານແດນ 03 ວັນ ລາຄາ: 500.000 ກີບ/ຫົວ

-   ບໍລິການອອກໜັງສືຜ່ານແດນ 05 ວັນ ລາຄາ: 300.000 ກີບ/ຫົວ

 

2. ການກຳນົດຄ່າບໍລິການອອກໜັງສືຜ່ານແດນດ່ວນດັ່ງກ່າວນີ້ ແມ່ນເພື່ອເປັນທາງເລືອກ ແລະ ສ້າງຄວາມສະດວກໃຫ້ແກ່ປະຊາຊົນ ຜູ້ທີ່ມີຄວາມຕ້ອງການຢາກໄດ້ໜັງສືຜ່ານແດນກ່ອນ 10 ວັນ ທີ່ກຳນົດໄວ້ໃນກົດໝາຍ ວ່າດ້ວຍໜັງສືຜ່ານແດນ. ໃນຂະນະດຽວກັນ, ແນໃສ່ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆ ທີ່ພົວພັນກັບຂະບວນການເຄື່ອນໄຫວເຮັດໜັງສືຜ່ານແດນດ່ວນແບບຜິດກົດໝາຍ ທີ່ເກີດຂຶ້ນໃນປະຈຸບັນ ດ້ວຍການຫັນເອົາການອອກໜັງສືຜ່ານແດນດ່ວນເຂົ້າສູ່ລະບົບ, ລະບຽບ, ມີຄວາມໂປ່ງໃສ, ສາມາດກວດສອບໄດ້ ແລະ ພ້ອມທັງເປັນການສ້າງລາຍຮັບເພີ່ມເຂົ້າງົບປະມານ.

 

3. ກໍານົດເວລາການຈັດຕັ້ງປະຕິບັດ.

ການຈັດເກັບຄ່າທຳນຽມ, ຄ່າບໍລິການອອກໜັງສືຜ່ານແດນ ແລະ ບໍລິການອອກໜັງສືຜ່ານແດນດ່ວນ ຈະເລີ່ມຈັດຕັ້ງປະຕິບັດໃນວັນທີ 4 ມີນາ 2024 ເປັນຕົ້ນໄປ.

 

ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ເພື່ອຊາບ ຕາມທາງຄວນດ້ວຍ.

 

ນະຄອນຫຼວງວຽງຈັນ, ວັນທີ 19 ກຸມພາ 2024

ກົມກົງສຸນ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486088
ມື້ນີ້4
ມື້ວານ215
ອາທິດນີ້1124
ເດືອນນີ້5393