ຖະແຫຼງການຂອງປະທານຮ່ວມ ກອງປະຊຸມຜູ້ນໍາ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ວ່າດ້ວຍ ການຮ່ວມມືໃນການເຊື່ອມສານ ລະຫວ່າງ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ແລວທາງການຄ້າ ທາງບົກ ແລະ ທາງທະເລ ສາກົນໃໝ່
ສປປ ລາວ ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນ ສປ ຈີນ ຕໍ່ການຮັບຮອງເອົາກົດໝາຍ ວ່າດ້ວຍ ການຮັກສາຄວາມຫມັ້ນຄົງແຫ່ງຊາດ ຂອງເຂດປົກຄອງພິເສດຮົງກົງ ແຫ່ງ ສປ ຈີນ ໂດຍກອງປະຊຸມຄະນະກໍາມະການ ປະຈໍາສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຄັ້ງທີ 20 ສະໄໝທີ 13, ໃນວັນທີ 30 ມິຖຸນາ 2020 ຜ່ານມາ. ສປປ ລາວ ເຫັນວ່າ ການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ຈະຮັບປະກັນຄວາມຫມັ້ນຄົງ ແລະ ຄວາມຈະເລີນຂອງຮົງກົງໃນໄລຍະຍາວ. ລັດຖະບານ ສປປ ລາວ ເວລາໃດ ກໍ່ຢຶດໝັ້ນ ແລະ ສະໜັບສະໜູນນະໂຍບາຍຈີນດຽວ ແລະ ຮັບຮູ້ ຮົງກົງ ແມ່ນເຂດປົກຄອງພິເສດ ຂອງ ສປ ຈີນ ຕາມລະບົບການປົກຄອງ "ຫນຶ່ງປະເທດ ສອງລະບອບ".
ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຫັນວ່າ ເເຜນການຈະຮັບຮອງເອົາກົດໝາຍວ່າດ້ວຍການສ້າງ ແລະ ປັບປຸງລະບຽບກົດໝາຍ ແລະ ກົນໄກປະຕິບັດກົດໝາຍຕ່າງໆ ຂອງເຂດປົກຄອງພິເສດຮົງກົງ ເພື່ອຮັກສາຄວາມໝັ້ນຄົງແຫ່ງຊາດ ໂດຍກອງປະຊຸມສະພາປະຊາຊົນທົ່ວປະເທດຄັ້ງທີ 3 ສະໄຫມທີ 13 ຂອງ ສປ ຈີນ ທີ່ພວມດຳເນີນຢູ່ໃນປະຈຸບັນນັ້ນ ແມ່ນສອດຄ່ອງກັບກົດໝາຍ, ລັດຖະທຳມະນູນ ຂອງ ສປ ຈີນ ແລະ ເປັນສິດອັນຊອບທຳໃນການປົກປັກຮັກສາຄວາມໝັ້ນຄົງ ແລະ ຜົນປະໂຫຍດແຫ່ງຊາດ ຂອງ ສປ ຈີນ.
ລັດຖະບານ ສປປ ລາວ ເວລາໃດກໍ່ຢຶດໝັ້ນນະໂຍບາຍຈີນດຽວ ແລະ ຮັບຮູ້ ຮົງກົງແມ່ນເຂດປົກຄອງພິເສດຂອງ ສປ ຈີນ ຕາມລະບົບ “ຈີນດຽວ ສອງລະບອບ”.