ໃນຕອນຄໍ່າຂອງວັນທີ 15 ມັງກອນ 2021, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ ສະໄໝທີ XI, ໄດ້ມີການສົນທະນາທາງໂທລະສັບທາງໄກກັບ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ.
ຮູບພິທີສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2020 ແລະ
ທິດທາງແຜນການ ສຳລັບປີ 2021 ຂອງກະຊວງການຕ່າງປະເທດ
ໃນວັນທີ 29 ທັນວາ 2020, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ກະຊວງການຕ່າງປະເທດ, ໄດ້ຈັດກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2020 ແລະ ທິດທາງແຜນການ ສຳລັບປີ 2021, ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີບັນດາຮອງລັດຖະມົນຕີ, ຄະນະກົມ, ພະນັກງານອາວຸໂສບໍານານ ພ້ອມດ້ວຍພະນັກງານກະຊວງການຕ່າງປະເທດທັງໝົດ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນວັນທີ 12 ທັນວາ 2020, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວຄໍາປາໄສຜ່ານທາງວິດີໂອ ໃນກອງປະຊຸມສຸດຍອດທາງໄກ ວ່າດ້ວຍ ຄວາມມຸ່ງໝັ້ນຕໍ່ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ, ໂດຍການເປັນເຈົ້າພາບຮ່ວມຂອງ ອົງການ ສະຫະປະຊາຊາດ, ລັດຖະບານ ແຫ່ງ ປະເທດອັງກິດ, ແລະ ລັດຖະບານ ແຫ່ງ ປະເທດ ຝຣັ່ງ, ຊຶ່ງມີເນື້ອໃນສໍາຄັນເພື່ອສະແດງໃຫ້ເຫັນວ່າ ສປປ ລາວ ມີຄວາມເອົາໃຈໃສ່ໃຫ້ຄວາມສຳຄັນເປັນຢ່າງຍິ່ງຕໍ່ບັນຫາການປ່ຽນແປງດິນຟ້າອາກາດ ແລະ ໄດ້ເຊື່ອມສານບັນດາເປົ້າໝາຍ ຂອງ ສັນຍາ ປາຣີ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄື ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ.