ດ້ວຍການຊີ້ນໍາຂອງຄະນະພັກ-ຄະນະນໍາກະຊວງການຕ່າງປະເທດ ໃນການຈັດຕັ້ງປະຕິບັດແຜນພັດທະນາກະຊວງການຕ່າງປະເທດ ແລະ ໄດ້ຮັບການຮ່ວມມືສະໜັບສະໜູນຈາກຄະນະກວດກາສູນກາງພັກ, ໃນລະຫວ່າງວັນທີ 14 – 25 ທັນວາ 2020 ທີ່ ສູນຝຶກອົບຮົມ ແລະ ການຮ່ວມມື (ICTC) ໄດ້ຈັດຊຸດຝຶກອົບຮົມວຽກງານກວດກາ ຊຸດທີ II ໃຫ້ແກ່ບັນດາສະຫາຍກໍາມະການໜ່ວຍພັກ ແລະ ພະນັກງານ - ສະມາຊິກພັກ ທີ່ເຮັດວຽກງານກວດກາ ກະຊວງການຕ່າງປະເທດ ຈໍານວນ 38 ສະຫາຍ, ຍິງ: 14 ສະຫາຍ
ເພື່ອເປັນການປະກອບສ່ວນເຂົ້າໃນການສ້າງບັນຍາກາດ ແລະ ສະພາບແວດລ້ອມອັນດີ ໃຫ້ແກ່ການພົວພັນ ແລະ ຮ່ວມມື ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ (19 ທັນວາ 1950 – 19 ທັນວາ 2020) ໃນປີ 2020 ແລະ ທັງເປັນການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຕ່າງໆ ລະຫວ່າງ ລາວ ແລະ ໄທ ໃຫ້ມີຄວາມຍືນຍົງ ແລະ ສໍາເລັດຕາມເປົ້າໝາຍ, ໃນລະຫວ່າງວັນທີ 17 - 18ທັນວາ 2020, ທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມື ລາວ-ໄທ ໄດ້ນໍາພາຄະນະ ເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ ແຂວງວຽງຈັນ, ຊຶ່ງເປັນໜຶ່ງໃນບັນດາແຂວງ ທີ່ມີຊາຍເເດນຕິດຈອດກັບ ຣາຊະອານາຈັກໄທ ແລະ ມີໂຄງການຮ່ວມມື ລະຫວ່າງ ສອງປະເທດ.