ໃນວັນທີ 21 ພຶດສະພາ 2022, ສາມອົງການຈັດຕັ້ງມະຫາຊົນປະກອບດ້ວຍ ກຳມະບານຮາກຖານ, ໜ່ວຍຊາວໜຸ່ມ ແລະ ໜ່ວຍແມ່ຍິງ ຂອງກົມການຂ່າວ, ກະຊວງການຕ່າງປະເທດ, ໄດ້ເດີນທາງໄປມອບເຄື່ອງຊ່ວຍເຫຼືອໃຫ້ແກ່ໂຮງຮຽນປະຖົມສົມບູນແກ້ງໄຄ້, ບ້ານແກ້ງໄຄ້, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ເຊິ່ງຕາງໜ້າຈາກສາມອົງການຈັດຕັ້ງມະຫາຊົນກ່າວມອບໂດຍ ທ່ານ ພອນທະວີ ບຸດດາລາ, ຫົວຫນ້າກົມການຂ່າວ, ກະຊວງການຕ່າງປະເທດ ແລະ ກ່າວຮັບໂດຍ ທ່ານ ນາງ ພອນແສງ ລາຄຳ, ຜູ້ອຳນວຍການໂຮງຮຽນປະຖົມສົມບູນແກ້ງໄຄ້, ໂດຍມີທ່ານຮອງນາຍບ້ານ ບ້ານແກ້ງໄຄ້, ບັນດາຄະນະກົມ, ຄະນະພະແນກ, ພະນັກງານວິຊາການ ແລະ ສະມາຊິກຈາກສາມອົງການຈັດຕັ້ງມະຫາຊົນຂອງກົມການຂ່າວ, ບັນດາຄູອາຈານ ແລະ ນ້ອງນັກຮຽນປະຖົມແກ້ງໄຄ້ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນຕອນບ່າຍວັນທີ 8 ເມສາ 2022, ຄະນະບໍລິຫານງານຊາວໜຸ່ມ ກະຊວງການຕ່າງປະເທດ ນຳໂດຍ ສະຫາຍ ດວງມະນີ ຍອດສີອຸດົມ, ກຳມະການຄະນະບໍລິຫານງານພັກກະຊວງ, ເລຂາຄະນະບໍລິຫານງານຊາວໜຸ່ມ ໄດ້ນຳພາສະມາຊິກຊາວໜຸ່ມ ອອກແຮງງານລວມຢູ່ບໍລິເວນອ້ອມຂ້າງຕຶກກະຊວງການຕ່າງປະເທດ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (14/04/1955 - 14/04/2022) ທີ່ຈະມາເຖິງນີ້.