ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສຳເລັດກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລະຫວ່າງ ລາວ-ບຣູໄນ ຄັ້ງທີ 2

 

JC LB1 

JC LB2

  

ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລະຫວ່າງ ລາວ-ບຣູໄນ ຄັ້ງທີ 2 ໄດ້ຈັດຂຶ້ນໃນວັນທີ 6 ມິຖຸນາ 2018, ທີ່ ນະຄອນຫຼວງພະບາງ, ໂດຍການເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ດາໂຕະ ສີຣິ ເອຣິວັນ ປິຮິນ ຢູໂຊບຟ໌ (Dato Erywan Pehin Yusof), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຜູ້ທີ II ແຫ່ງ ບຣູໄນ ດາຣູຊາລາມ, ພ້ອມດ້ວຍເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງທັງສອງປະເທດເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປໃນທ່າມກາງບັນຍາກາດ ແຫ່ງໄມຕີຈິດ ມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ຊຶ່ງສອງຝ່າຍໄດ້ຮ່ວມກັນທົບທວນຄືນ ຜົນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ບຣູໄນ ຄັ້ງທີ 1 ຕະຫຼອດໄລຍະ 12 ປີຜ່ານມາ ແລະ ໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນ ກ່ຽວກັບທິດທາງ ແລະ ເເຜນການຮ່ວມມື ໃນຊຸມປີຕໍ່ໜ້າ. ໃນໂອກາດນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຕະຫຼອດໄລຍະ 25 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດນຳກັນ, ເຊິ່ງເຫັນໄດ້ຈາກ ຜົນສຳເລັດຂອງການແລກປ່ຽນການຢ້ຽມຢາມ ລະຫວ່າງການນໍາຂັ້ນສູງຂອງສອງປະເທດ ໃນໄລຍະຜ່ານມາ. ສອງຝ່າຍຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຂໍ້ຕົກລົງການຂະຫຍາຍເວລາພັກເຊົາຂອງພົນລະເມືອງລາວ ແລະ ບຣູໄນ ທີ່ຖືໜັງສືຜ່ານແດນການທູດ, ລັດຖະການ ແລະ ທຳມະດາ (ຍົກເວັ້ນວີຊາ) ຈາກ 14 ວັນ ເປັນ 30 ວັນ, ຊຶ່ງຈະເປັນການສົ່ງເສີມການໄປມາຫາສູ່ເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນສອງປະເທດ. ກອງປະຊຸມ ໄດ້ເຫັນດີຊຸກຍູ້ໃຫ້ຂະແໜງການກ່ຽວຂ້ອງຂອງສອງຝ່າຍ ລວມທັງສະພາການຄ້າ ແລະ ອຸດສາຫະກໍາ ຂອງສອງປະເທດໃນການສົ່ງເສີມການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໃຫ້ຂະຫຍາຍກວ້າງກວ່າເກົ່າ ໂດຍຜ່ານການພົບປະແລກປ່ຽນການຮ່ວມມືທາງດ້ານເສດຖະກິດ ເພື່ອຊອກຫາວິທີການ ແລະ ໂອກາດ ການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ, ພ້ອມທັງຊຸກຍູ້ໃຫ້ສອງສະພາການຄ້າມີການເຊັນບົດບັນທຶກວ່າດ້ວຍການຮ່ວມມື ຮ່ວມກັນ ແລະ ຈັດກອງປະຊຸມພາກທຸລະກິດຂຶ້ນ ໃນໂອກາດທີ່ ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຈະເດີນທາງຢ້ຽມຢາມທາງການ ບຣູໄນ ດາຣູຊາລາມ ໃນອານາຄົດອັນໃກ້ນີ້.

ພິເສດ, ສອງຝ່າຍຍັງໄດ້ສະແດງຄວາມຍິນດີ ຕໍ່ເເຜນການລົງນາມຮ່ວມກັນ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງສຳນັກງານຂໍ້ມູນຕ້ານການຟອກເງິນ, ຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ການສະໜອງທືນໃຫ້ແກ່ການກໍ່ການຮ້າຍ ແຫ່ງ ສປປລາວ ແລະ ໜ່ວຍງານຂ່າວກອງທາງດ້ານການເງິນ, ເຈົ້າໜ້າທີ່ທາງດ້ານການເງິນ ແຫ່ງບຣູໄນດາຣູຊາລາມວ່າດ້ວຍ ການຮ່ວມມືໃນການແລກປ່ຽນຂໍ້ມູນຂ່າວສານດ້ານການເງິນ ທີ່ພົວພັນກັບການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃນປີນີ້. ນອກນັ້ນ, ສອງຝ່າຍຍັງເຫັນດີສືບຕໍ່ເສີມຂະຫຍາຍການຮ່ວມມືໃນດ້ານຕ່າງໆ, ເຊັ່ນ: ການພັດທະນາຊັບພະຍາກອນມະນຸດ, ການຂົນສົ່ງທາງອາກາດ, ການຮ່ວມມືດ້ານການຄຸ້ມຄອງ ແລະ ຄວບຄຸມຢາເສບຕິດ, ແຮງງານ, ການແລກປ່ຽນວັດທະນະທຳ, ການທ່ອງທ່ຽວ ແລະ ການຮ່ວມມື ເພື່ອການພັດທະນາແມ່ຍິງ ແລະ ອື່ນໆ.

ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຕໍ່ ທ່ານ ດາໂຕະ ສີຣິ ເອຣິວັນ ປິຮິນ ຢູໂຊບຟ໌ ທີ່ໄດ້ຖືກແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຜູ້ທີ II ແຫ່ງ ບຣູໄນ ດາຣູຊາລາມ ຄົນໃໝ່. ພ້ອມກັນນັ້ນ, ທ່ານຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ບຣູໄນ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະຜ່ານມາ ໃນຫຼາຍດ້ານ ເຊັ່ນ: ການຊ່ວຍເຫຼືອ ການເປັນປະທານຈັດກອງປະຊຸມສຸດຍອດອາເຊັມ ໃນປີ 2012 ແລະ ກອງປະຊຸມສຸດຍອດອາຊຽນ ໃນປີ 2004 ແລະ ປີ2016 ຂອງ ສປປລາວ, ການພັດທະນາຊັບພະຍາກອນມະນຸດ, ການສ້າງສູນປິ່ນນປົວ ແລະ ຟື້ນຟູບຳບັດຜູ້ຕິດຢາເສບຕິດ, ການສ້າງສະໜາມກິລາໃນຮົ່ມຄົບວົງຈອນສີເກີດ, ການກໍ່ສ້າງອາຄານ ສະຫະພັນແມ່ຍິງ ສູນຟື້ນຟູຄົນພິການ, ໂຮງຮຽນຕ່າງໆ ແລະ ການຊ່ວຍເຫຼືອໃນດ້ານອື່ນໆ, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນ​ການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດ ລາວ-ບຣູໄນ ກໍຄືການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.

ໃນໂອກາດດຽວກັນ, ທ່ານລັດຖະມົນຕີ ດາໂຕະ ສີຣິ ເອຣິວັນ ປິຮິນ ຢູໂຊບຟ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງສະແດງຄວາມຂອບໃຈຕໍ່ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ສົ່ງຄະນະຜູ້ແທນຂັ້ນສູງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ຄົບຮອບ 50 ປີ ວັນຂຶ້ນຄອງລາດຂອງ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ ແລະ ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ໃນຕອນທ້າຍ, ທ່ານ ດາໂຕະ ສີຣິ ເອຣິວັນ ປິຮິນ ຢູໂຊບຟ໌ ໄດ້ເຊື້ອເຊີນ ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມ ຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລະຫວ່າງ ລາວ-ບຣູໄນ ຄັ້ງທີ 3 ທີ່ ບັນດາ ເສຣີ ເບກາວັນ ໃນໂອກາດຕໍ່ໄປ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490339
ມື້ນີ້105
ມື້ວານ261
ອາທິດນີ້1538
ເດືອນນີ້3732