ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ ແຫ່ງ ຣາຊະອານາຈັກ ລຸກຊຳບວກ

 

Lao-LuxumbourgPM1 Lao-LuxumbourgPM2

 

ໃນວັນທີ 13 ມິຖຸນາ 2018, ທີ່ ສຳນັກງານນາຍົກລັດຖະມົນຕີ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານຊັງ ອາແຊນບອນ (Jean ASSELBORN), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ ແຫ່ງ ຣາຊະອານາຈັກ ລຸກຊຳບວກ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນລະຫວ່າງວັນທີ 12-13 ມິຖຸນາ 2018.

ໃນໂອກາດນີ້, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງຄະນະຜູ້ແທນ ລຸກຊຳບວກ ໃນຄັ້ງນີ້, ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ລຸກຊຳບວກ ທີ່ມີລັກສະນະຕັ້ງໜ້າ, ມີຈຸດສຸມ ແລະ ມີລະດັບເປົ້າໝາຍໃນການຈັດຕັ້ງປະຕິບັດຢ່າງເປັນລະບົບ ແລະ ໄດ້ຮັບການເສີມຂະຫຍາຍຂຶ້ນໄປເລື້ອຍໆ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 25 ກັນຍາ 1997 ເປັນຕົ້ນມາ. ໃນໂອກາດດັ່ງກ່າວນີ້, ພະນະທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າຂອງລັດຖະບານ ແລະ ປະຊາຊົນລຸກຊໍາບວກ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ຊຶ່ງໃນປີ 2017 ລັດຖະບານ ລຸກຊຳບວກ ໄດ້ລົງນາມເພີ່ມການຊ່ວຍເຫຼືອໃຫ້ແກ່ ສປປ ລາວ ຈາກ 60 ລ້ານເອີໂຣ ມາເປັນ 75 ລ້ານ ເອີໂຣ ເພື່ອຊ່ວຍເຫຼືອໃນຂະແໜງ ສາທາລະນະສຸກ, ການພັດທະນາທ້ອງຖິ່ນຊົນນະບົດ, ການພັດທະນາພື້ນຖານໂຄງລ່າງ, ການທ່ອງທ່ຽວ ແລະ ການໂຮງແຮມ, ອະຊີວະສຶກສາ, ການປົກຄອງ ແລະ ໂຄງການຮ່ວມມືອື່ນໆທີ່ລາວ ແລະ ລຸກຊໍາບວກພວມຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ການຊ່ວຍເຫຼືອດັ່ງກ່າວໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ 8 (2016-2020) ຂອງ ສປປ ລາວ ກໍ່ຄືການລຶບລ້າງຄວາມທຸກຍາກຢູ່ ສປປ ລາວ. ພ້ອມດຽວກັນນີ້, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງສະເໜີໃຫ້ພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ສືບຕໍ່ປຶກສາຫາລືກັນ ເພື່ອຊຸກຍູ້ ແລະ ຊອກຫາທ່າແຮງໃນການຮ່ວມມືດ້ານການຄ້າ-ການລົງທຶນ ລະຫວ່າງ ສອງປະເທດ, ພ້ອມທັງ ສະໜັບສະໜູນຄູ່ຮ່ວມມືດ້ານທຸລະກິດ ແລະ ການຮ່ວມມື ລະຫວ່າງ ພາກລັດ ແລະ ເອກະຊົນ. ໃນຕອນທ້າຍ ພະນະທ່ານ ທອງລຸນ ສີສຸລິດ ກໍ່ໄດ້ອວຍພອນໃຫ້ ທ່ານລັດຖະມົນຕີ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສຳເລັດໃນການເດີນທາງມາຢ້ຽມຢາມທາງການ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້.

ໃນໂອກາດດຽວກັນ, ທ່ານລັດຖະມົນຕີ ຊັງ ອາແຊນບອນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຂອບໃຈລັດຖະບານ ສປປ ລາວ ຕໍ່ການສະໜັບສະໜູນ ລຸກຊຳບວກ ໃນການສະໝັກເຂົ້າເປັນສະມາຊິກຂອງອົງການຈັດຕັ້ງສາກົນ ໃນໄລຍະຜ່ານມາ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490340
ມື້ນີ້106
ມື້ວານ261
ອາທິດນີ້1539
ເດືອນນີ້3733