ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ການາດາ ແລະ ອາຊຽນ-ນິວຊີແລນ, ພ້ອມທັງເຂົ້າຮ່ວມພິທີຮັບເອົາ ສະຫະຣາຊະອານາຈັກອັງກິດ ເຂົ້າເປັນຄູ່ເຈລະຈາຂອງອາຊຽນ (ແບບທາງໄກ)

 

20210805 ASEAN - AF

20210805 ASEAN - AF

 

ໃນວັນທີ 05 ສິງຫາ 2021, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ​ລັດຖະມົນຕີກະຊວງການ​ຕ່າງປະ​ເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ​ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ການາດາ ແລະ ອາຊຽນ-ນິວຊີແລນ, ພ້ອມທັງເຂົ້າຮ່ວມພິທີຮັບເອົາ ສະຫະຣາຊະອານາຈັກ ອັງກິດ ເຂົ້າເປັນຄູ່ເຈລະຈາຂອງອາຊຽນ (ແບບທາງໄກ).

 

* ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ການາດາ

20210805 ASEAN - Canada - 1

 

ກອງປະຊຸມ ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດການຮ່ວມມື ອາຊຽນ-ການາດາ ໃນໄລຍະ 1 ປີຜ່ານມາ, ໂດຍສະເພາະການຮ່ວມມືເພື່ອປ້ອງກັນ, ຮັບມື ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19ແລະ ການຟື້ນຟູເສດຖະກິດ ຫຼັງໂຄວິດ-19. ກອງປະຊຸມເຫັນດີສືບຕໍ່ຮ່ວມມືກັນ ໃນບາງຂົງເຂດບູລິມະສິດ ເຊັ່ນ: ການພັດທະນາແບບຍືນຍົງ, ການສຶກສາ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ ກັບ ປະຊາຊົນ ລວມທັງ ການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ. ກອງປະຊຸມ ໄດ້ເຫັນດີຮ່ວມກັນໃນການຮັດແໜ້ນການຮ່ວມມືດ້ານເສດຖະກິດ ໂດຍເນັ້ນໃສ່ການເສີມຂະຫຍາຍການຄ້າ ແລະ ການລົງທຶນ ລະຫວ່າງ ສອງຜ່າຍ ໂດຍສະເພາະແມ່ນການຊອກຫາຊ່ອງທາງ ໃນການເປີດການຄ້າເສລີລະຫວ່າງ ອາຊຽນ ແລະ ການາດາ. ພ້ອມດຽວກັນນີ້, ກອງປະຊຸມໄດ້ສະແດງຄວາມຂອບໃຈ ການາດາ ທີ່ໄດ້ສະໜອງອຸປະກອນທາງການເພດ ເຂົ້າໃນການປ້ອງກັນ ແລະ ການສະກັດກັ້ນພະຍາດໂຄວິດ ໃນໄລຍະຜ່ານມາໃຫ້ແກ່ອາຊຽນ ລວມທັງ ການປະກາດຊ່ວຍເຫຼືອອາຊຽນໃນການຮັບມືກັບພະຍາດ ໂຄວິດ-19 ເປັນຈໍານວນເງິນ 3.5 ລ້ານໂດລາ ການາດາ ໃນໄລຍະເວລາ 3 ປີ. ໃນຕອນທ້າຍ, ກອງປະຊຸມ ຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ, ເປັນຕົ້ນ ການຕ້ານການກໍ່ການຮ້າຍ ແລະ ອາດຊະຍາກໍາຂ້າມຊາດ, ການປ່ຽນແປງຂອງດິນຟ້າອາກາດ ແລະ ບັນຫາອື່ນໆ.

 

 

* ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ນິວຊີແລນ

20210805 ASEAN - NewZealand - 1

 

ກອງປະຊຸມໄດ້ຕີລາຄາສູງ ຕໍ່ຜົນການຈັດຕັງປະຕິບັດການພົວພັນຮ່ວມມື ອາຊຽນ-ນິວຊີແລນ ຕະຫຼອດໄລຍະ 1 ປີຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມື ອາຊຽນ-ນິວຊີແລນ ໄລຍະ 2021-2025, ເຊິ່ງກວມເອົາ 3 ເສົາຄ້ຳການສ້າງປະຊາຄົມອາຊຽນ: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ; ການຮັດແຄບຄວາມແຕກໂຕນດ້ານການພັດທະນາພາຍໃນອາຊຽນ; ການເຊື່ອມຈອດ; ການພັດທະນາຊັບພະຍາກອນມະນຸດ; ແລະ ອື່ນໆ. ພ້ອມນີ້, ກອງປະຊຸມເຫັນດີຈະສຸມໃສ່ບາງຂົງເຂດບູລິມະສິດ ເຊັ່ນ: ສາທາລະນະສຸກ ໂດຍສະເພາະ ການປ້ອງກັນ ແລະ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19; ການຮ່ວມມືດ້ານເສດຖະກິດ-ການຄ້າ ເປັນຕົ້ນ ການສືບຕໍ່ຜັນຂະຫຍາຍເຂດການຄ້າເສລີ ອາຊຽນ-ອົດສະຕຣາລີ-ນິວຊີແລນ (AANZFTA)ແລະ ສັນຍາການເປັນຄູ່ຮ່ວມເສດຖະກິດຮອບດ້ານຢູ່ລະດັບພາກພື້ນ (RCEP);ການເຊື່ອມຈອດອາຊຽນ; ການຮັດແຄບຄວາມແຕກໂຕນດ້ານການພັດທະນາອາຊຽນ ດ້ວຍການຈັດຕັ້ງປະຕິບັດ ແຜນປະຕິບັດງານຂໍ້ລິເລິ່ມການເຊື່ອມໂຍງອາຊຽນ ສະບັບທີ 4 ຫຼື ແຜນປະຕິບັດງານໄອເອໄອ ສະບັບທີ່ 4;ການສະໜອງທຶນສືກສາໄລຍະສັ້ນ ແລະ ໄລຍະຍາວ; ການຫັນໄປສູ່ເສດຖະກິດດິຈີຕອນ; ການພັດທະນາແບບຍືນຍົງ ລວມທັງການພັດທະນາຕົວເມືອງອັດສະລິຍະອາຊຽນ ແລະ ອື່ນໆ.ນອກຈາກນີ້, ກອງປະຊຸມ ໄດ້ແລກປ່ຽນຄວາມຄິດເຫັນຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ, ເປັນຕົ້ນ ຄວາມປອດໄພທາງໄຊເບີ, ການປ່ຽນແປງຂອງດິນຟ້າອາກາດ, ການກໍ່ການຮ້າຍ ແລະ ບັນຫາອື່ນໆ.

 

* ພິທີຮັບເອົາ ສະຫະຣາຊະອານາຈັກອັງກິດ ເຂົ້າເປັນຄູ່ເຈລະຈາຂອງອາຊຽນ

  20210805 Asean-UK-2

 

ໃນຕອນແລງຂອງວັນດຽວກັນ, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສືບຕໍ່ນໍາພາຄະນະເຂົ້າຮ່ວມພິທີຮັບເອົາ ສະຫະຣາຊະອານາຈັກອັງກິດ ເຂົ້າເປັນຄູ່ເຈລະຈາຂອງອາຊຽນ ເພື່ອເປັນການສືບຕໍ່ ເສີມຂະຫຍາຍການພົວພັນຮ່ວມມື ກັບບັນດາປະເທດນອກພາກພື້ນ ກໍຄື ນະໂຍບາຍຫັນສູ່ພາຍນອກຂອງ ອາຊຽນ. ປະຈຸບັນ ອາຊຽນ ມີການຮ່ວມມືກັບ 11 ຄູ່ເຈລະຈາ ຄື: ອົດສະຕຣາລີ, ການາດາ,​ ສປ. ຈີນ, ອິນເດຍ, ສະຫະພາບເອີຣົບ, ຍີ່ປຸ່ນ, ນິວຊີແລນ, ສ. ເກົາຫຼີ, ຣັດເຊຍ, ສະຫະຣາຊະອານາຈັກອັງກິດ ແລະ ສະຫະລັດ ອາເມລິກາ.

 

************************

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490305
ມື້ນີ້71
ມື້ວານ261
ອາທິດນີ້1504
ເດືອນນີ້3698