ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນກອງປະຊຸມລັດຖະມົນຕີຕ່າງປະເທດເພື່ອນແມ່ນໍ້າຂອງ ຄັ້ງທີ 1

202185-mekong-f1

202185-mekong-f2

202185-mekong-f3

     ໃນຕອນບ່າຍຂອງວັນທີ 05 ສິງຫາ 2021, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດເພື່ອນແມ່ນ້ຳຂອງ ຄັ້ງທີ 1 ໃນຮູບແບບກອງປະຊຸມທາງໄກ ພາຍໃຕ້ການເປັນປະທານຂອງ ທ່ານ ແອນໂທນີ ເຈ. ບຣິນແກັນ (Antony J. Blinken),ລັດຖະມົນຕີກະຊວງການຕ່າງປະເທດ ສ.ອາເມລິກາ ແລະ ໄດ້ມີຄະນະຜູ້ແທນຈາກປະເທດເພື່ອນມິດແມ່ນໍ້າຂອງຄື: ກຳປູເຈຍ, ໄທ, ຫວຽດນາມ, ມຽນມາ, ອົດສະຕາລີ, ຍີ່ປຸ່ນ, ນິວຊີແລນ, ສ.ເກົາຫຼີ, ສະຫະພາບເອີຣົບ (EU)ແລະ ກອງເລຂາຄະນະກຳມາທິການແມ່ນໍ້າຂອງສາກົນ (MRC), ທະນາຄານພັດທະນາອາຊີ (ADB), , ທະນາຄານໂລກ (WB) ເຂົ້າຮ່ວມຢ່າງພ້ອມພຽງ. ພ້ອມກັນນັ້ນ, ກໍຍັງມີຄະນະຜູ້ແທນຈາກ ອິນເດຍ, ອັງກິດ ແລະ ກອງເລຂາອາຊຽນ ເຂົ້າຮ່ວມໃນນາມສັງເກດການ.

ກອງປະຊຸມໄດ້ທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ, ເຖິງແມ່ນວ່າພະຍາດໂຄວິດ-19   ຍັງສືບຕໍ່ມີການແຜ່ລະບາດຢູ່ໃນບັນດາປະເທດແມ່ນໍ້າຂອງ ແລະ ເພື່ອນແມ່ນໍ້າຂອງ ແຕ່ຂອບການຮ່ວມມືດັ່ງກ່າວ ກໍ່ຍັງໄດ້ຮັບການສືບຕໍ່ສົ່ງເສີມການຮ່ວມມືຢ່າງຕໍ່ເນື່ອງ. ໃນໂອກາດດັ່ງກ່າວ, ບັນປະເທດແມ່ນໍ້າຂອງ ລວມທັງ      ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ທີ່ ສ.ອາເມລິກາ ແລະ ປະເທດເພື່ອນແມ່ນໍ້າຂອງ ທີ່ໄດ້ສືບຕໍ່ປະກອບສ່ວນໃຫ້ການຊ່ວຍເຫຼືອບັນດາໂຄງການ ແລະ ແຜນງານຕ່າງໆໃນໄລຍະຜ່ານມາ ລວມທັງການສະໜອງວັກແຊັງ ແລະ ເຄື່ອງມືທາງການແພດ ເພື່ອຮັບມື ແລະ ຕ້ານການແຜ່ລະບາດພະຍາດໂຄວິດ-19 ຢູ່ໃນພາກພື້ນແມ່ນໍ້າຂອງ.

ສປປ ລາວ ຍັງໄດ້ຮ່ວມກັບປະເທດສະມາຊິກເພື່ອນແມ່ນໍ້າຂອງປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການຮ່ວມກັນຟື້ນຟູເສດຖະກິດຢູ່ໃນພາກພື້ນແມ່ນໍ້າຂອງ-ສ.ອາເມລິກາ ພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ-19, ສະໜັບສະໜູນໃຫ້ມີການຮ່ວມມືຢ່າງໃກ້ຊິດຂອງປະເທດສະມາຊິກແມ່ນໍ້າຂອງ ແລະ     ເພື່ອນແມ່ນໍ້າຂອງ, ພ້ອມທັງສືບຕໍ່ຜັນຂະຫຍາຍການຮ່ວມມືໃຫ້ຂົງເຂດອື່ນໆທີ່ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດໃຫ້ເກີດດອກອອກຜົນ.

ກອງປະຊຸມໄດ້ຮັບຮອງເອົາຄະນະກໍາມາທິການແມ່ນໍ້າຂອງສາກົນ (MRC)ເຂົ້າເປັນສະມາຊິກຂອງຂອບການຮ່ວມມືດັ່ງກ່າວ ແລະ ໄດ້ຮັບຮອງເອົາຖະແຫລງການຮ່ວມເພື່ອນແມ່ນໍ້າຂອງ ພາຍຫຼັງທີ່ມີການປ່ຽນຊື່ຂອບການຮ່ວມມືຈາກເພື່ອນແມ່ນໍ້າຂອງຕອນລຸ່ມໃນປີ 2020ມາເປັນຂອບການຮ່ວມມືເພື່ອນແມ່ນໍ້າຂອງ ເພື່ອເປັນທິດທາງຮ່ວມມືໃນຕໍ່ໜ້າ ພ້ອມທັງສະເຫຼີມສະຫຼອງຂອບການຮ່ວມມືເພື່ອນແມ່ນໍ້າຂອງຄົບຮອບ 10 ປີ.

ຂອບການຮ່ວມມືເພື່ອນແມ່ນໍ້າຂອງ ໄດ້ຖືກສ້າງຕັ້ງຂຶ້ນພ້ອມດຽວກັນກັບຂອບການຮ່ວມມືຄູ່ຮ່ວມ       ແມ່ນໍ້າຂອງ-ສ.ອາເມລິກາ ໃນປີ 2009ພາຍໃຕ້ຊື່ເພື່ອນແມ່ນໍ້າຂອງຕອນລຸ່ມ ແລະ ມາຮອດປີ 2020ຈຶ່ງໄດ້ປ່ຽນຊື່   ມາເປັນຂອບການຮ່ວມມືເພື່ອນແມ່ນໍ້າຂອງ ເຊິ່ງກອງປະຊຸມລັດຖະມົນຕີເພື່ອນແມ່ນໍ້າຂອງຄັ້ງນີ້ ຖືເປັນກອງປະຊຸມ     ຄັ້ງປະຖົມມະເລີກ ພາຍຫຼັງທີ່ມີການປ່ຽນຊື່ຂອບການຮ່ວມມືດັ່ງກ່າວ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490309
ມື້ນີ້75
ມື້ວານ261
ອາທິດນີ້1508
ເດືອນນີ້3702