ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 14

 

Mekong-Japan1

 

Mekong-Japan2

 

ໃນຕອນບ່າຍຂອງວັນທີ 06 ສິງຫາ 2021, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 14 ໃນຮູບແບບກອງປະຊຸມທາງໄກ ພາຍໃຕ້ການເປັນປະທານຂອງ ທ່ານ ໂມເຕງິ ໂທຊິມິດຊຶ(Motegi Toshimitsu), ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ແລະ ມີບັນດາລັດຖະມົນຕີຕ່າງປະເທດຈາກປະເທດສະມາຊິກແມ່ນໍ້າຂອງຄື: ກຳປູເຈຍ, ໄທ, ຫວຽດນາມ ແລະ ມຽນມາ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ທົບທວນຄືນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຂອບ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ-ຍີ່ປຸ່ນ ໃນໄລຍະຜ່ານມາ, ໂດຍ​ສະ​ເພາະ ການ​ຈັດ​ຕັ້ງ​ປະ​ຕິ​ບັດບັນດາໂຄງການ ແລະ ແຜນງານ ພາຍໃຕ້ຍຸດທະສາດໂຕກຽວ 2018, ພ້ອມທັງໄດ້ປຶກ​ສາ​ຫາ​ລື​ ທິດທາງການຮ່ວມມືໃນຕໍ່ໜ້າ ເຊິ່ງບັນດາລັດຖະມົນຕີປະເທດແມ່ນໍ້າຂອງ ແລະ ຍີ່ປຸ່ນ  ໄດ້ໃຫ້ຄວາມສໍາຄັນໃນການຟື້ນຟູສະພາບເສດຖະກິດ-ສັງຄົມ ພາຍຫລັງ​ການແຜ່ລະບາດຂອງ​ພະ​ຍາດໂຄວິດ-19    ເປັນຕົ້ນແມ່ນ ການປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານ, ເຕັກໂນໂລຊີ, ເສດຖະກິດດິຈີຕອນ ແລະ ອື່ນໆ ເພື່ອໃຫ້ປະເທດສະມາຊິກແມ່​ນ້ຳ​ຂອງສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ.

ໃນໂອກາດດັ່ງກ່າວ, ບັນດາປະເທດແມ່ນໍ້າຂອງ ລວມທັງ ສປປ ລາວ ໄດ້ສະແດງຄວາມເຫັນໃຈຕໍ່ລັດຖະບານ ຍີ່ປຸ່ນ ຕໍ່ເຫດການດິນຕົມເຈື່ອນທີ່ ເມືອງ ອາຕາມິ (Atami), ແຂວງຊິຊຸໂອກະ(Shizuoka) ໃນວັນທີ 3 ສິງຫາ 2021 ທີ່ຜ່ານມາ ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນຢ່າງໃຫຍ່ຫຼວງ.

ທ່ານ ສະເຫຼີມໄຊ ກົມມະສິດ, ໃນນາມຫົວໜ້າຄະນະຜູ້ແທນລາວ ໄດ້ສະແດງຄວາມຊົມເຊີຍຕໍ່ລັດຖະບານຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອອຸປະກອນການແພດ ແລະ ວັກແຊັງ ເພື່ອຮັບມື ແລະ ຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ບັນດາປະເທດແມ່ນໍ້າຂອງ ລວມທັງ ສປປ ລາວ ທີ່ໄດ້ຮັບວັກແຊັງ AstraZeneca ຈຳນວນ 600,000 ກວ່າໂດສ໌ຜ່ານໂຄງການ COVAX.

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490311
ມື້ນີ້77
ມື້ວານ261
ອາທິດນີ້1510
ເດືອນນີ້3704