ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສະຫະພາບເອີຣົບ ຫຼື ອີຢູ ແລະ ກອງປະຊຸມ ARF

 

ASEAN-EU-ARF1

 

ASEAN-EU-ARF2

 

 

ASEAN-EU-ARF4

 

1. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສະຫະພາບເອີຣົບ ຫຼື ອີຢູ

ໃນຕອນບ່າຍຂອງວັນທີ 6 ສິງຫາ 2021, ທີ່ ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສືບຕໍ່ນຳພາຄະນະເ​ຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ດຣ. ວິວຽນ ບາລາຄຣິສນັນ, ລັດຖະມົນຕີຕ່າງປະເທດ ແຫ່ງ ສິງກະໂປ ແລະ ທ່ານ Josep Borrell, ຜູ້ຕາງໜ້າລະດັບສູງ ແລະ ຮອງປະທານສະຫະພາບເອີຣົບ.

 

ກອງປະຊຸມໄດ້ສະແດງຄວາມເພິ່ງພໍໃຈຕໍ່ຜົນການຈັດຕັ້ງປະຕິບັດການຮ່ວມມືໃນໄລຍະ 1 ປີ ຜ່ານມາ ໂດຍສະເພາະ ການຜັນຂະຫຍາຍຜົນກອງປະຊຸມລັດຖະມົນຕີສາທາລະນະສຸກ ອາຊຽນ-ອີຢູ ກ່ຽວກັບ ການແຜ່ລະບາດຂອງພະຍາດໂຄວິດ-19 ໃນເດືອນມີນາ 2020 ແບບທາງໄກ. ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດການເຈລະຈາສັນຍາຂົນສົ່ງທາງອາກາດຮອບດ້ານ ອາຊຽນ-ອີຢູ ແລະ ອາຊຽນໄດ້ຂອບໃຈ ອີຢູ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນການຮັບມືກັບພະຍາດໂຄວິດ-19 ເປັນມູນຄ່າ 800 ລ້ານເອີໂຣ. ພ້ອມນີ້, ກອງປະຊຸມ ໄດ້ເຫັນດີສືບຕໍ່ຮັດແໜ້ນການຮ່ວມມືໃນຂະແໜງສາທາລະນະສຸກ ໂດຍສະເພາະ ການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີ ລວມທັງ ການຮ່ວມມືກັນໃນການຄົ້ນຄວ້າ-ພັດທະນາ ແລະ ຜະລິດຢາປົວພະຍາດ ກໍ່ຄື ຢາວັກແຊັງຕ້ານໂຄວິດ-19; ຮ່ວມມືກັນເພື່ອຟື້ນຟູເສດຖະກິດຮອບດ້ານຫຼັງໂຄວິດ-19; ການສືບຕໍ່ຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ ຮອດປີ 2025 (MPAC 2025); ການຈັດຕັ້ງປະຕິບັດແຜນປະຕິບັດງານການເຊື່ອມໂຍງອາຊຽນ ສະບັບທີ 4 (2021-2025); ການຫັນເປັນເສດຖະກິດດີຈີຕອນ ໂດຍສຸມໃສ່ສົ່ງເສີມຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ເພື່ອໃຫ້ສາມາດເຮັດທຸລະກິດທາງເອເລັກໂຕຼນິກຮ່ວມກັນໄດ້; ການພັດທະນາແບບຍືນຍົງ; ການຄຸ້ມຄອງໄພພິບັດ; ການຄໍ້າປະກັນສະບຽງອາຫານ ແລະ ການພັດທະນາຕົວເມືອງອັດສະລິຍະ ພາຍໃຕ້ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ.

ກອງປະຊຸມໄດ້ເຫັນດີໂດຍພື້ນຖານ ຕໍ່ຂໍ້ສະເໜີການຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງອາຊຽນ-ອີຢູ ໃນປີ 2022 ຢູ່ ບຸກແຊນ ເພື່ອເປັນການສະເຫຼີມສະຫຼອງ ຄົບຮອບ 45 ປີ ແຫ່ງການພົວພັນຮ່ວມມືອາຊຽນ-ອີຢູ.

ນອກຈາກນີ້, ກອງປະຊຸມ ໄດ້ແລກປ່ຽນຄວາມຄິດເຫັນຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ, ເປັນຕົ້ນ ຄວາມປອດໄພທາງໄຊເບີ, ການປ່ຽນແປງຂອງດິນຟ້າອາກາດ, ການກໍ່ການຮ້າຍ ແລະ ບັນຫາອື່ນໆ.

2. ກອງປະຊຸມລັດຖະມົນຕີຕ່າງປະເທດ ເວທີພາກພື້ນອາຊຽນ ຄັ້ງທີ 28

ກອງປະຊຸມທາງໄກລັດຖະມົນຕີຕ່າງປະເທດ ເວທີພາກພື້ນອາຊຽນ ຄັ້ງທີ 28 ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 6 ສິງຫາ 2021 ພາຍໃຕ້ການເປັນປະທານຂອງ ທ່ານ ເອລິວັນ ເພຮິນ ຢູຊອບ, ລັດຖະມົນຕີຕ່າງປະເທດ ຂອງ ບຣູໄນ ດາຣູຊາລາມ. ກອງປະຊຸມ ໄດ້ທົບທວນຄືການຈັດຕັ້ງປະຕິບັດບັນດາກິດຈະກໍາການຮ່ວມມືໃນຂອບເວທີພາກພື້ນອາຊຽນ ໃນໄລຍະ 1 ປີຜ່ານມາ, ໂດຍສະເພາະບັນດາກິດຈະກຳສົ່ງເສີມຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າອົກເຂົ້າໃຈ ແລະ ຄວາມເຊື່ອໝັ້ນ ເຊິ່ງກັນ ແລະ ກັນ ລວມທັງ ການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນອາຊີ-ປາຊີຟິກ, ໃນນັ້ນ ໄດ້ມີຫຼາຍກິດຈະກໍາຕ້ອງໄດ້ເລື່ອນ ຫຼື ປ່ຽນເປັນຮູບແບບທາງໄກ ເນື່ອງຈາກຜົນກະທົບຂອງພະຍາດໂຄວິດ-19 ຈຶ່ງບໍ່ສາມາດຈັດກິດຈະກໍາ ຫຼື ກອງປະຊຸມແບບເຊິ່ງໜ້າໄດ້. ກອງປະຊຸມ ຍັງໄດ້ເນັ້ນຄວາມສໍາຄັນຂອງການຮັກສາເວທີພາກພື້ນອາຊຽນ ໃຫ້ສືບຕໍ່ເປັນເວທີສໍາລັບການປຶກສາຫາລື ແລະ ແລກປ່ຽນແບບສ້າງສັນ ແລະ ດໍາເນີນໄປໃນຈັງຫວະທີ່ທຸກປະເທດມີຄວາມສະບາຍໃຈ. ພ້ອມກັນນີ້, ກອງປະຊຸມ ໄດ້ຮັບຮອງເອົາບັນດາກິດຈະກຳ ສໍາລັບສົກປີ 2021-2022, ເຊິ່ງໃນນີ້ ສປປ ລາວ ຈະໄດ້ສືບຕໍ່ເປັນປະທານຮ່ວມກັບ ສປ ຈີນ ແລະ ການາດາ ສຳລັບກອງປະຊຸມກາງສະໄໝເວທີພາກພື້ນອາຊຽນ ວ່າດ້ວຍການບັນເທົາທຸກໄພພິບັດ ຈົນເຖິງເດືອນ ສິງຫາ ປີ 2022; ເປັນປະທານຮ່ວມກັບ ສປ ຈີນ ແລະ ມາເລເຊຍ ສຳລັບກອງປະຊຸມສຳມະນາ ວ່າດ້ວຍການຊ່ວຍເຫຼືອກູ້ໄພສຸກເສີນໃນຕົວເມືອງ ຄັ້ງທີ 3; ແລະ ເປັນປະທານຮ່ວມກັບ ອິນໂດເນເຊຍ ແລະ ສະຫະພາບເອີຣົບ (ອີຢູ) ສໍາລັບກອງປະຊຸມສໍາມະນາ ກ່ຽວກັບຕ້ານການຟອກເງິນ ແລະ ສະກັດກັ້ນການສະໜອງທຶນແກ່ການກໍ່ການຮ້າຍ, ແລະ ໄດ້ຮັບຮອງເອົາ 2 ເອກະສານ ຄື: 1). ຖະແຫຼງການຮ່ວມ ເພື່ອສົ່ງເສີມວຽກງານຊາວໜຸ່ມ, ສັນຕິພາບ ແລະ ຄວາມໝັ້ນຄົງ ໃນເວທີພາກພື້ນອາຊຽນ ແລະ 2). ຖະແຫຼງການເວທີພາກພື້ນອາຊຽນ ວ່າດ້ວຍການປ້ອງກັນ ແລະ ສະກັດກັ້ນອາຊະຍາກໍາທາງຄອມພິວເຕີ (ສປປ ລາວ ເປັນຜູ້ສະໜັບສະໜູນຮ່ວມກັບ ສປ ຈີນ, ຣັດເຊຍ ແລະ ກໍາປູເຈຍ).

ນອກນັ້ນ, ກອງປະຊຸມ ຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ເປັນຕົ້ນ: ການຮ່ວມມືເພື່ອປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ການກໍ່ການຮ້າຍ ແລະ ອາຊະຍາກຳຂ້າມຊາດ, ບັນຫາຄວາມໝັ້ນຄົງທາງໄຊເບີ, ບັນຫາການປ່ຽນແປງດິນຟ້າອາກາດ, ສະພາບການຢູ່ຕະເວັນອອກກາງ, ສະພາບການໃນມຽນມາ, ແຫຼມເກົາຫລີ, ທະເລຈີນໃຕ້, ແລະ ອື່ນໆ.

ກອງປະຊຸມລັດຖະມົນຕີຕ່າງປະເທດ ເວທີພາກພື້ນອາຊຽນ ຄັ້ງຕໍ່ໄປ (ຄັ້ງທີ 29) ຈະຈັດຂຶ້ນໃນປີ 2022 ທີ່ ກໍາປູເຈຍພາຍໃຕ້ການເປັນປະທານຂອງ ກໍາປູເຈຍ. ເວທີພາກພື້ນອາຊຽນ ສ້າງຕັ້ງຂຶ້ນໃນປີ 1994 ປັດຈຸບັນ ມີປະເທດຜູ້ເຂົ້າຮ່ວມ 27 ປະເທດ.

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490309
ມື້ນີ້75
ມື້ວານ261
ອາທິດນີ້1508
ເດືອນນີ້3702