ໃນວັນທີ 01 ສິງຫາ 2017 ຢູ່ທີ່ ສູນຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC) ຫຼັກ 5, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດພິທີເປີດ ການສ້າງຕັ້ງກຸ່ມແມ່ຍິງນັກການທູດອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ) ຫຼື (ASEAN Women’s Circle of Vientiane) ຢ່າງເປັນທາງການ. ໂດຍການເປັນປະທານຂອງ ທ່ານ ນາງ ອາລຸນີ ກົມມະສິດ, ພັນລະຍາທ່ານລັດຖະມົນຕີກະຊວງການຕ່າງປະເທດ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ ທັງເປັນປະທານກິດຕິມະສັກ ກຸ່ມແມ່ຍິງນັກການທູດອາຊຽນ ທີ່ ນະຄອນຫຼວງວຽງຈັນ. ເຂົ້າຮ່ວມເປັນກຽດໃນພິທີມີ ທ່ານ ປ້າ ນາລີ ສີສຸລິດ, ພັນລະຍາທ່ານນາຍົກລັດຖະມົນຕີ; ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ; ທ່ານ ນາງ ອິນລາວັນ ແກ້ວບຸນພັນ, ປະທານສູນກາງສະຫະພັນແມ່ຍິງລາວ; ບັນດາເອກອັກຄະລັດຖະທູດອາຊຽນ ປະຈຳລາວ; ບັນດານັກການທູດຍິງຈາກສະຖານທູດອາຊຽນ ແລະ ເອື້ອຍນ້ອງແມ່ຍິງ ຈາກກະຊວງ ການຕ່າງປະເທດຈຳນວນໜຶ່ງ ເຂົ້າຮ່ວມທັງໝົດ 200 ທ່ານ.
ຈຸດປະສົງຂອງການສ້າງຕັ້ງກຸ່ມແມ່ຍິງນັກການທູດອາຊຽນ ທີ່ ນະຄອນຫຼວງວຽງຈັນ ຫຼືASEAN Women’s Circle of Vientiane ແມ່ນເພື່ອໃຫ້ແມ່ຍິງນັກການທູດອາຊຽນ ໄດ້ມີການເຄື່ອນໄຫວກິດຈະກຳທາງສັງຄົມຮ່ວມກັນ ແນໃສ່ເພື່ອສົ່ງເສີມຄວາມສາມັກຄີ, ການຮ່ວມມື ແລະ ການສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ເປັນຕົ້ນການແລກປ່ຽນ ວັດທະນະທຳທີ່ແຕກຕ່າງກັນ ແລະ ການຮ່ວມກິດຈະກຳເພື່ອຊ່ວຍເຫຼືອສັງຄົມ ເພື່ອປະກອບສ່ວນໃຫ້ແກ່ການສ້າງຄວາມເຂັ້ມແຂງ ແລະ ເຮັດໃຫ້ອາຊຽນກ້າວໄປສູ່ການເປັນປະຊາຄົມ ທີ່ມີປະຊາຊົນເປັນໃຈກາງ, ມີສະຖຽນລະພາບ ແລະ ຄວາມໝັ້ນຄົງ ໃນການເຊື່ອມໂຍງທາງດ້ານເສດຖະກິດ ແລະ ການເຊື່ອມຕໍ່.
ໃນພິທີ, ພາຍຫຼັງ ທ່ານ ນາງ ພິມພາ ແກ້ວມີໄຊ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ 7, ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຂຶ້ນສະເໜີໂຄງປະກອບການຈັດຕັ້ງຂອງ ກອຍວ; ທ່ານ ນາງ ເບລິນດາ ມາລີອາໂນ ອັນເຕ, ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ສປປ ລາວ ແລະ ທ່ານ ນ.ອາລຸນີ ກົມມະສິດ, ພັນລະຍາທ່ານ ສະເຫຼີມໄຊ ກົມມະສິດ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ, ປະທານ ກິດຕິມະສັກ ກຸ່ມແມ່ຍິງນັກການທູດອາຊຽນ ທີ່ ນະຄອນຫຼວງວຽງຈັນ ກໍໄດ້ໃຫ້ກຽດມີຄຳເຫັນ, ເຊິ່ງໄດ້ເນັ້ນເຖິງ ບົດບາດຂອງແມ່ຍິງນັກການທູດອາຊຽນ ແລະ ຮຽກຮ້ອງສະມາຊິກກຸ່ມ ກຍອວ ຈົ່ງພ້ອມກັນ ມີຫົວຄິດປະດິດສ້າງ ປະກອບສ່ວນເຂົ້າໃນການເຄື່ອນໄຫວກິດຈະກຳຂອງ ກຍອວ ໃຫ້ໄດ້ຮັບຜົນສຳເລັດໃນຕໍ່ໜ້າ. ຫຼັງຈາກນັ້ນ, ໄດ້ຊົມການ ສະແດງສິນລະປະຂອງເອື້ອຍນ້ອງແມ່ຍິງ-ຊາວໜຸ່ມກະຊວງການຕ່າງປະເທດ ແລະ ສະຖານທູດອາຊຽນ ດ້ວຍບັນຍາ ກາດຟົດຟື້ນ ແລະ ມີຄວາມໝາຍ.