ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນ 3 ບ້ານ ຢູ່ເມືອງວັງວຽງ ແຂວງວຽງຈັນ

wm vv

ໃນວັນທີ 8 ກັນຍາ 2017, ຢູ່ທີ່ບ້ານຜາຕັ້ງ ເມືອງວັງວຽງ ແຂວງວຽງຈັນ ໄດ້ມີພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອ ລະຫວ່າງສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ອຳນາດການປົກຄອງ 3 ບ້ານ. ບ້ານຜາຕັ້ງ, ບ້ານວັງໂພ ແລະ ບ້ານແກ່ວກ້ວາງ ເມືອງວັງວຽງ, ແຂວງວຽງຈັນ.

ເປັນກຽດມອບໂດຍທ່ານ ນາງ ອາລູນີ ກົມມະສິດ, ພັນລະຍາທ່ານລັດຖະມົນຕີກະຊວງການຕ່າງປະເທດ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ນາຍບ້ານຈາກ 3 ບ້ານ ໂດຍການເປັນສັກຂີພະຍານຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ອຳນາດການປົກຄອງ-ພໍ່ແມ່ປະຊາຊົນ ຈາກ 3 ບ້ານຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ນາງ ອາລູນີ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ອຳນາດການປົກຄອງ-ພໍ່ແມ່ປະຊາຊົນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ; ພ້ອມນັ້ນ, ຍັງໄດ້ນຳເອົາຄຳຢື້ຢາມຖາມຂ່າວຈາກ ທ່ານລັດຖະມົນຕີ ແລະ ຄະນະນຳກະຊວງການຕ່າງປະເທດ ເຊິ່ງຍາມໃດກໍມີຄວາມເປັນຫ່ວງເປັນໄຍພໍ່ແມ່ພີ່ນ້ອງ ແລະ ລູກຫຼານທີ່ດຳລົງຊີວິດຢູ່ທ້ອງຖິ່ນ.

ເຄື່ອງທີ່ໄດ້ນຳມາມອບໃນຄັ້ງນີ້ ລວມມີ ເຄື່ອງນຸ່ງຫົ່ມ, ເຄື່ອງກັນໜາວ, ຜ້າຫົ່ມ, ເກີບກິລາ, ເຄື່ອງກິລາເດັກນ້ອຍ ແລະ ຖົງພາຍລວມມູນຄ່າ 30 ລ້ານກວ່າກີບ. ເຄື່ອງດັ່ງກ່າວນີ້ແມ່ນໄດ້ມາຈາກການເຄື່ອນໄຫວກິດຈະກຳຕ່າງໆ ຂອງເອື້ອຍນ້ອງສະຫະພັນແມ່ຍິງລາວ ທີ່ໄປປະຕິບັດໜ້າທີ່ການທູດຢູ່ຕ່າງປະເທດ ເປັນຕົ້ນຢູ່ ສ.ເກົາຫຼີ ແລະ ປະເທດ ຍີ່ປຸ່ນ. ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຈະສືບຕໍ່ເຄື່ອນໄຫວດຶງດູດຍາດແຍ່ງການຊ່ວຍເຫຼືອ ຕາມແນວທາງຂອງ ພັກ-ລັດ ເພື່ອນຳມາມອບໃຫ້ປະຊາຊົນ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ ທີ່ຢູ່ຫ່າງໄກສອກຫລີກ ໃນໂອກາດໜ້າ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485856
ມື້ນີ້155
ມື້ວານ206
ອາທິດນີ້892
ເດືອນນີ້5161