ໃນວັນທີ 2 ມີນາ 2018, ທີ່ ກະຊວງການຕ່າງປະເທດ, ໄດ້ມີການຈັດງານເທດສະການອາຫານທ່ຽງ ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ 08 ມີນາ ຄົບຮອບ 108 ປີ ແລະ ໃນຕອນບ່າຍຂອງວັນດຽວກັນ, ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ, ໄດ້ມີການຈັດກິດຈະກຳແຂ່ງຂັນກິລາເປຕັງມິດຕະພາບ ລະຫວ່າງ ສະຫະພັນແມ່ຍິງ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ.