ພະນະທ່ານ,
ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຮັບການເລືອກຕັ້ງເປັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ສະຫະພັນ ເນປານ, ຂ້າພະເຈົ້າ ມີຄວາມຍິນດີສົ່ງຄຳຊົມເຊີຍອັນອົບອຸ່ນ ມາຍັງພະນະທ່ານ.
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສປສ ເນປານ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ຫວັງວ່າຈະໄດ້ເຮັດວຽກຮ່ວມກັບ ພະນະທ່ານ ເພື່ອສືບຕໍ່ຜັນຂະຫຍາຍສາຍພົວພັນທີ່ດີດັ່ງກ່າວ ໃຫ້ຂະຫຍາຍຕົວຍິ່ງໆຂື້ນ.
ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ.
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ປູຊປາ ຄາມານ ດາຮັນ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ສະຫະພັນ ເນປານ
ທີ່ ກັດມັນດູ