ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດ ຣາຊະອານາຈັກ ກຳປູເຈຍ ຂອງບັນດາການນຳ ສປປ ລາວ ສົ່ງເຖິງຄູ່ຮ່ວມຕຳແໜ່ງ

 ນະຄອນຫຼວງວຽງຈັນ, ວັນີ 08 ພະຈິກ 2016

ພະບາດສົມເດັດ,

ເນື່ອງໃນໂອກາດວັນປະກາດເອກະລາດແຫ່ງ ຣາຊະອານາຈັກກໍາປູເຈຍ ຄົບຮອບ 63 ປີ, ໃນນາມປະຊາຊົນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງສົ່ງຄໍາຊົມເຊີຍອັນອົບອຸ່ນແລະ ພອນໄຊອັນປະເສີດມາຍັງ ພະບາດສົມເດັດ ແລະ ປະຊາຊົນແຫ່ງ ຣາຊະອານາຈັກ ກໍາປູເຈຍ ທຸກຖ້ວນໜ້າ.

ຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ເຫັນວ່າສາຍພົວພັນມິດຕະພາບ, ຄວາມສາມັກຄີແລະການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ເປັນມູນເຊື້ອອັນດີງາມມາແຕ່ບູຮານນະການ ລະຫວ່າງສອງປະເທດ ກໍຄືປະຊາຊົນສອງຊາດພວກເຮົາໄດ້ຮັບການເພີ່ມພູນຄູນສ້າງ ແລະເສີມຂະຫຍາຍຢ່າງຕໍ່ເນື່ອງຊຶ່ງໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົານັບມື້ນັບຫຼາຍຂຶ້ນ.

ຂ້າພະເຈົ້າເຊື່ອໝັ້ນວ່າພາຍໃຕ້ພະບໍຣົມໂພທິສົມພານຂອງພະບາດສົມເດັດ, ປະຊາຊົນ ແຫ່ງ ຣາຊະອານາຈັກກໍາປູເຈຍຈະສືບຕໍ່ມີຄວາມຮົ່ມເຢັນເປັນສຸກ, ຈະເລີນຮຸ່ງເຮືອງແລະມີຄວາມວັດທະນາຖາວອນຍິ່ງໆຂຶ້ນໄປ.

ຂໍຖວາຍພະພອນແດ່ພະບາດສົມເດັດ ຊົງມີພະລານາໄມສົມບູນ, ມີຄວາມຜາສຸກແລະ ມີພະຊົນມາຍຸຍືນຍາວນານເປັນຮົ່ມໂພຮົ່ມໄຊໃຫ້ແກ່ປະຊາຊົນກໍາປູເຈຍຕະຫຼອດກາລະນານ.

                                                                                           ດ້ວຍຄວາມນັບຖືຢ່າງສູງ,

         ບຸນຍັງ ວໍລະຈິດ

ປະທານປະເທດ ແຫ່ງ ສປປ ລາວ

ພະບາດສົມເດັດພະບໍຣົມມະນຽດໂນໂຣດົມສີຫາໂມນີ                     

ພະມະຫາກະສັດແຫ່ງ ຣາຊະອານາຈັກ ກໍາປູເຈຍ                            

ທີ່ ນະຄອນຫຼວງພະນົມເປັນ


ສົມເດັດ,

        ເນື່ອງໃນໂອກາດວັນປະກາດເອກະລາດແຫ່ງ ຣາຊະອານາຈັກ ກໍາປູເຈຍ ຄົບຮອບ 63 ປີ, ​ໃນນາມລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄໍາຊົມເຊີຍອັນອົບອຸ່ນແລະ ພອນໄຊອັນປະເສີດມາຍັງລັດຖະບານແລະ ປະຊາຊົນ​ ​ແຫ່ງ ຣາຊະອານາຈັກ ກໍາປູເຈຍ ເພື່ອນມິດທຸກຖ້ວນໜ້າ.

ຂ້າພະເຈົ້າຕີລາຄາສູງຕໍ່ສາຍພົວພັນມິດຕະພາບ, ຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ບູຮານນະການ ແລະການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງສອງລັດຖະບານ ກໍຄືປະຊາຊົນສອງປະເທດຂອງພວກເຮົາ ທີ່ໄດ້ຮັບການເພີ່ມພູນຄູນສ້າງຕະຫຼອດມາ. ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບແລະ ການຮ່ວມມືອັນດີນັ້ນຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນໄປຢ່າງບໍ່ຢຸດຢັ້ງເພື່ອຜົນປະໂຫຍດຕົວຈິງຂອງປະຊາຊົນສອງຊາດພວກເຮົ າທັງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະໃນໂລກ.

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້, ຂໍອວຍພອນໃຫ້ສົມເດັດຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກແລະ ປະສົບຜົນສໍາເລັດໃຫຍ່ຫຼວງກວ່າເກົ່າໃນພາລະກິດອັນສູງສົ່ງຂອງສົມເດັດ.

                                                                                    ດ້ວຍຄວາມນັບຖືຢ່າງສູງ,

 

ທອງລຸນ ສີສຸລິດ

     ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ສົມເດັດອັກຄະມະຫາເສນາບໍດີເຕໂຈຮຸນ ​​​ແຊນ                         

ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກ ກໍາປູເຈຍ               

ທີ່ ນະຄອນຫຼວງພະນົມເປັນ


ພະນະທ່ານ,

​        ເນື່ອງໃນໂອກາດສະເຫຼີມສະຫຼອງວັນປະກາດເອກະລາດແຫ່ງ ຣາຊະອານາຈັກກໍາປູເຈຍ ຄົບຮອບ 63 ປີ, ​​ໃນນາມກະຊວງການຕ່າງປະເທດແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມຍິນດີເປັນຢ່າງຍິ່ງສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງພະນັກງານກະຊວງການຕ່າງປະເທດແລະ ຮ່ວມມືສາກົນແຫ່ງ ຣາຊະອານາຈັກ ກໍາປູເຈຍ ທຸກຖ້ວນໜ້າ.

ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບ, ຄວາມສາມັກຄີ​​ອັນເປັນມູນເຊື້ອອັນດີງາມ​, ການຮ່ວມມື​ ​ແລະການສະໜັບສະໜູນຊຶ່ງກັນແລະກັນລະຫວ່າງສອງປະເທດກໍຄືສອງກະຊວງການຕ່າງປະເທດຂອງພວກເຮົາຈະໄດ້ຮັບການສືບຕໍ່ຮັດແໜ້ນແລະເສີມຂະຫຍາຍຢ່າງບໍ່ຢຸດຢັ້ງເພື່ອນໍາເອົາຜົນປະໂຫຍດອັນສູງສົ່ງມາສູ່ປະຊາຊົນສອງຊາດຂອງພວກເຮົາກໍຄື​​ຄອບຄົວອາຊຽນ.

ຂ້າພະເຈົ້າຂໍຖືໂອກາດອັນສະຫງ່າລາສີນີ້ອວຍພອນໃຫ້ພະນະທ່ານພ້ອມດ້ວຍພະນັກງານກະຊວງການຕ່າງປະເທດແລະຮ່ວມມືສາກົນ ​​ແຫ່ງຣາຊະອານາຈັກກໍາປູເຈຍຈົ່ງມີສຸຂະພາບເຂັ້ມແຂງແລະປະສົບຜົນສໍາເລັດໃນພາລະກິດອັນສູງສົ່ງຂອງຕົນ.

 

                                                                                   ດ້ວຍຄວາມນັບຖືຢ່າງສູງ

                                                                                            

                                                                                             ສະເຫຼີມໄຊ ກົມມະສິດ

                                                                          ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ພະນະທ່ານ ປຣາກ ໂຊຄົນ, ລັດຖະມົນຕີອາວຸໂສ,                     

ລັດຖະມົນຕີກະຊວງການຕ່າງປະເທດແລະຮ່ວມມືສາກົນ

ແຫ່ງຣາຊະອານາຈັກກໍາປູເຈຍ

ທີ່ ນະຄອນຫຼວງພະນົມເປັນ                                          

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485921
ມື້ນີ້52
ມື້ວານ168
ອາທິດນີ້957
ເດືອນນີ້5226