ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2016
ພະນະທ່ານ ໂດນັນ ທຣັມ
ປະທານາທິບໍດີ ແຫ່ງ ສະຫະລັດ ອາເມລິກາ
ທີ່ ວໍຊິງຕັນ, ດີ.ຊີ.
ພະນະທ່ານ,
ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານາທິບໍດີ ສະຫະລັດ ອາເມລິກາ, ຂ້າພະເຈົ້າ ຂໍຖືເປັນກຽດຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະແດງຄວາມຍິນດີ ແລະ ຄວາມຊົມເຊີຍ ຢ່າງຈິງໃຈ ມາຍັງພະນະທ່ານ. ການທີ່ພະນະທ່ານ ໄດ້ຮັບເລືອກຕັ້ງໃຫ້ເປັນ ປະທານາທິບໍດີ ຂອງ ສະຫະລັດ ອາເມລິກາ ໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນ ສະຫະລັດ ອາເມລິກາ ທີ່ມີຕໍ່ ພະນະທ່ານ ໃນການສືບຕໍ່ນຳພາປະເທດຊາດກ້າວໄປສູ່ ຄວາມຜາສຸກ ແລະ ຄວາມວັດທະນາຖາວອນ.
ຂ້າພະເຈົ້າ ມີຄວາມຍິນດີ ແລະ ພ້ອມທີ່ຈະເຮັດວຽກຮ່ວມກັບ ພະນະທ່ານ ເພື່ອເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ທີ່ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນເປັນກ້າວໆມາ ເພື່ອຜົນປະໂຫຍດລວມ ຂອງປະຊາຊົນ ສອງຊາດ ລາວ- ອາເມລິກາ.
ຂ້າພະເຈົ້າຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ ແລະ ໄດ້ຮັບຜົນສຳເລັດໃນພາລະກິດອັນມີກຽດ ແລະ ສູງສົ່ງ ຂອງ ພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ