ນະຄອນຫຼວງວຽງຈັນ, ວັນທີ 20 ມິຖຸນາ 2017
ພະນະທ່ານ,
ຂ້າພະເຈົ້າ ມີຄວາມປິຕິຍິນດີ ສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນ ມາດາກາສະກາ ໃນໂອກາດສະເຫລີມສະຫລອງວັນຊາດ ແຫ່ງ ສາທາລະນະລັດ ມາດາກາສະກາ.
ຂ້າພະເຈົ້າ ຫວັງວ່າ ສາຍພົວພັນມິດຕະພາບທີ່ມີມາ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ມາດາກາສະກາ ຈະສືບຕໍ່ພັດທະນາໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງສອງປະເທດ ກໍຄື ເພື່ອປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດຂອງ ພະນະທ່ານ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ໂອຣິເວຍ ມະຫາຟາຣີ ໂຊໂຣນັນດຣາຊານາ
ລັດຖະມົນຕີ ແຫ່ງ ສາທາລະນະລັດ ມາດາກາສະກາ
ອັນຕານນານາຣິໂວ