ນະຄອນຫຼວງວຽງຈັນ, 25 ກໍລະກົດ 2017
ສົມເດັດ,
ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ສົມເດັດ, ລັດຖະບານ ແລະ ປະຊາຊົນ ມາຣົກ ເນື່ອງໃນໂອກາດສະເຫລີມສະຫລອງວັນຊາດ ແຫ່ງ ຣາຊະອານາຈັກ ມາຣົກ ຄົບຮອບ 18 ປີ.
ຂ້າພະເຈົ້າ ຕີລາຄາສູງ ຕໍ່ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ມາຣົກ ຕະຫຼອດໄລຍະສອງທົດສະວັດທີ່ຜ່ານມາ. ໃນປີ 2017 ນີ້, ທັງສອງຝ່າຍກໍໄດ້ຈັດກິດຈະກຳຮ່ວມກັນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ ຄົບຮອບ 20 ປີ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີດັ່ງກ່າວ ຈະສືບຕໍ່ພັດທະນາໃນຂະແໜງການຕ່າງໆ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ ສົມເດັດ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງ ສົມເດັດ.
ດ້ວຍຄວາມເຄົາລົບ ແລະ ນັບຖືເປັນຢ່າງສູງ,
ບຸນຍັງ ວໍລະຈິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສົມເດັດ ໂມຮາເມັດ ທີ VI
ກະສັດ ແຫ່ງ ຣາຊະອານາຈັກ ມາຣົກ
ຣາບັດ