ນະຄອນຫຼວງວຽງຈັນ, ສິງຫາ 2017
ພະນະທ່ານ,
ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ຈິງໃຈ ມາຍັງພະນະທ່ານ ທີ່ຖືກແຕ່ງຕັ້ງດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນປີຊາສາມາດຂອງ ພະນະທ່ານ ປະເທດ ອານເຊຣີ ຈະສືບຕໍ່ໄດ້ຮັບການພັດທະນາ ແລະ ວັດທະນະຖາວອນ ແລະ ຂ້າພະເຈົ້າ ຫວັງວ່າ ຈະໄດ້ເຮັດວຽກຮ່ວມກັບພະນະທ່ານ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊອັນປະເສີດ ມາຍັງພະນະທ່ານ ມີພະລານາໄມສົມບູນ, ມີຄວາມສຸກ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນມີກຽດ ຂອງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ.
ທອງລຸນ ສີສຸລິດ
ພະນະທ່ານ ອາເມັດ ອູຢາເຮຍ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ
ອານເຈີ