ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ
ພະນະທ່ານ ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
ນະຄອນຫຼວງວຽງຈັນ
ພະນະທ່ານ
ຂ້າພະເຈົ້າ ມີຄວາມໂສກເສົ້າ ແລະ ຫ່ວງໃຍເປັນຢ່າງຍິ່ງ ທີ່ໄດ້ຊາບຂ່າວກ່ຽວກັບ ເຫດການໄພພິບັດ ທີ່ ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ,ແຂວງອັດຕະປື, ສປປ ລາວ ຫວ່າງມໍ່ໆມານີ້, ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ ແລະ ສ້າງຄວາມເສຍຫາຍໃຫ້ແກ່ຊັບສິນ ເປັນຈໍານວນຫຼວງຫຼາຍ. ຂ້າພະເຈົ້າ ຂໍສົ່ງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາຍັງ ປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ຄອບຄົວຂອງຜູ້ປະສົບເຄາະຮ້າຍ ທີ່ສູນເສຍບຸກຄົນອັນເປັນທີ່ຮັກຂອງຕົນ ມານະໂອກາດນີ້ດ້ວຍ.
ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າ ປະຊາຊົນລາວ ຈະເຂັ້ມແຂງ ແລະ ບໍ່ຫວັ່ນໄຫວ ໃນຊ່ວງເວລາແຫ່ງໄພພິບັດນີ້. ອີກເທື່ອໜຶ່ງ, ຂ້າພະເຈົ້າ ຂໍແຈ້ງວ່າ ມາເລເຊຍ ກຽມພ້ອມໃນການປະກອບສ່ວນຊ່ວຍເຫຼືອບັນເທົາທຸກ ຜູ້ປະສົບໄພພິບັດ ໃນຄັ້ງນີ້.
ດ້ວຍຄວາມນັບຖື,
ຊາຍຟຸດດິນ ອັບດຸນລາ
30 ກໍລະກົດ 2018