ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດອາກເມນີ ຈາກບັນດາການນຳ ແຫ່ງ ສປປ ລາວ

 

ພະນະທ່ານ ອາກ​ເມັນ ຊັກ​ກິ​ສສຽນ

ປະທານາທິບໍດີ ແຫ່ງ ສາທາລະນະລັດອາກເມນີ

ທີ່ເຢເຣວານ

 

ພະນະທ່ານ,

ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອາກເມນີ ຄົບຮອບ 27 ປີ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນ ອາກເມນີທຸກຖ້ວນໜ້າ.

ຂ້າພະເຈົ້າ ​ເຊື່ອໝັ້ນວ່າ ດ້ວຍ​ຄວາມ​ພະຍາຍາມ​ຮ່ວມ​ກັນ​ເພີ່ມ​ຂື້ນ ສາຍພົວພັນມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ເປັນ​ມູນ​ເຊື້ອ ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດຂອງພວກເຮົາ ຈະ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ ​ໃຫ້​ເຂັ້ມ​ແຂງ ​ແລະ ຂະຫຍາຍຕົວຍິ່ງໆຂຶ້ນ​ໃນ​ອານາ​ຄົດ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ ​ແລະ ປະຊາຊົນ​ສອງ​ຊາດ​ພວກ​ເຮົາ.

                                                         ດ້ວຍຄວາມນັບຖືຢ່າງສູງ,

                                                          

   ບຸນຍັງ ວໍລະຈິດ,

 

                                                    ປະທານປະເທດ

                                     ແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ


 

ພະນະທ່ານ ນີ​ໂກລ ປາ​ຊິນ​ຢານ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດອາກເມນີ

ທີ່ເຢເຣວານ

 

 

ພະນະທ່ານ,

       ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອາກເມນີຄົບຮອບ 27 ປີ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍຢ່າງຈິງໃຈ ແລະ ອວຍພອນໄຊອັນປະເສີດມາຍັງພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດທຸກ​ປະການໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ, ສາຍພົວພັນມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ເປັນ​ມູນ​ເຊື້ອທີ່​ມີ​ມາ ລະຫວ່າງ ສອງປະເທດ ກໍ່ຄື ສອງລັດຖະບານຂອງພວກເຮົາ ຈະໄດ້ຮັບການເສີມສ້າງ​ໃຫ້​ເຂັ້ມ​ແຂງ ​ແລະ ຂະຫຍາຍຕົວຍິ່ງໆຂື້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດພວກເຮົາ ກໍ່ຄື ​ເພື່ອ​ສັນຕິ​ພາບ, ສະຖຽນລະ​ພາບ ​ແລະ ການຮ່ວມ​ມື​ເພື່ອ​ການ​ພັດທະນາ ​ໃນ​ພາກພື້ນ ​ແລະ ​ໃນ​ໂລກ.

      ດ້ວຍຄວາມນັບຖືຢ່າງສູງ,

                                                  

                                                          ທອງລຸນ ສີສຸລິດ,

                                                   ນາຍົກລັດຖະມົນຕີ

                             ແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ

 


 

 

ພະນະທ່ານ​ໂຊຣາບ ມັດ​ສາ​ການ​ຢານ,

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອາກເມນີ

ທີ່ເຢເຣວານ

ພະນະທ່ານ,

ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອາກເມນີຄົບຮອບ 27 ປີ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ຈົ່ງມີສຸຂະພາບ​ເຂັ້ມ​ແຂງ, ພະລານາໄມສົມບູນ ແລະປະສົບ​ຜົນ​ສຳ​ເລັດ​ທຸກ​ປະການ​ໃນໜ້າທີ່​ອັນສູງ​ສົ່ງ​ຂອງ​ຕົນ.

ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ​ເພີ​ມຂື້ນ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນ​ເປັນ​ມູນ​ເຊື້ອທີ່​ມີ​ມາລະຫວ່າງ ສອງປະເທດ ກໍ່ຄື ສອງກະຊວງການຕ່າງ     ປະເທດຂອງພວກເຮົາ, ທັງ​ໃນ​ລະດັບ​ສອງ​ຝ່າຍ ​ແລະ ຫຼາຍຝ່າຍ ຈະໄດ້ຮັບການຮັດແໜ້ນ ແລະ    ຂະຫຍາຍຕົວຍິ່ງໆຂື້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

​                                                       ດ້ວຍຄວາມນັບຖືຢ່າງສູງ,

                                                      

                                                ສະເຫລີມໄຊ ກົມມະສິດ,

 

                                     ລັດຖະມົນຕີກະຊວງການຕ່າງປະເທດ

                          ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485991
ມື້ນີ້122
ມື້ວານ168
ອາທິດນີ້1027
ເດືອນນີ້5296