ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກຊົມເຊີຍ ປະທານປະເທດ ແຫ່ງ ສສ.ຫວຽດນາມ ຈາກ ປະທານປະເທດ ແຫ່ງ ສປປ ລາວ

ສະ​ຫາຍ ຫງວຽນ ຟູ ຈ້ອງ ທີ່​ນັບ​ຖື,

ຕາງ​ໜ້າ​ໃຫ້​ພັກ​, ລັດ​ຖະ​ບານ ແລະ ປະ​ຊາ​ຊົນລາວ ບັນ​ດາ​ເຜົ່າ ກໍ່​ຄື​ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ​ ຂໍ​ຖື​ເປັນ​ກຽດ​ສົ່ງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ​ສະ​ຫາຍ ກໍ່​ຄື​ພັກ, ລັດ​ຖະ​ບານ ແລະ​ ປະ​ຊ​າ​ຊົນ​ຫວຽດ​ນາມ ອ້າຍ​ນ້ອງ ໃນ​ໂອ​ກາດ​ທີ່ສະ​ຫາຍ ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃຫ້​ດຳ​ລົງ​ຕຳ​ແໜ່ງ​ເປັນ ​ປະ​ທານ​ປະ​ເທດ ແຫ່ງ ​ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ ຄັ້ງ​ທີ VI ຂອງ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XIV ແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ໃນ​ວັນ​ທີ 23 ຕຸ​ລາ 2018 ນີ້.

          ການ​ທີ່ ສະ​ຫາຍ ​ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ດຳ​ລົງ​ຕຳ​ແໜ່ງ​ອັນ​ສຳ​ຄັນ​ນີ້ ​ເປັນ​ການ​ສະ​ແດງ​ເຖິງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຕີ​ລາ​ຄາ​ສູງ​ຂອງ​ທົ່ວ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ​ຕໍ່​ບົດ​ບາດ​ອັນ​ພົ້ນ​ເດັ່ນ ແລະ ປະ​ສົບ​ການ​ອັນ​ອຸ​ດົມ​ສົມ​ບູນ​ໃນ​ການ​ຊີ້​ນໍາ-ນຳ​ພາ​ ໃນ​ຖາ​ນະ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຂອງສະ​ຫາຍ ຕະ​ຫລອດ​ໄລ​ຍະ​ຜ່ານມ​າ.

          ຂ້າ​ພະ​ເຈົ້າ ​ເຊື່ອ​ໝັ້ນ​ຢ່າງ​ໜັກ​ແໜ້ນ​ວ່າ ພາຍ​ໃຕ້​ການ​ນຳ​ພາ​ອັນ​ສະ​ຫຼາດ​ສ່ອງ​ໃສ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ທີ່​ມີ​ສະ​ຫາຍ​ເປັນ​ຜູ້​ນຳໜ້າ, ປະ​ຊາ​ຊົນ​ຫວຽດ​ນາມ​ ອ້າຍ​ນ້ອງ​ ຈະ​ສືບ​ຕໍ່​ຍາດ​ໃດ້​ຜົນ​ສຳ​ເລັດ​ອັນ​ໃໝ່, ​ໃຫຍ່​ຫລວງ​ກ່​ວາ​ເກົ່າ ໃນ​ການ​ຈັດ​ຕັ້ງຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ XII ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ເພື່ອ​ບັນ​ລຸຈຸດໝາຍແຫ່ງການສ້າງ ສ​ສ. ຫວຽດ​ນາມ ໃຫ້​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄໝ, ເຮັດ​ໃຫ້​ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະ​ຊາ​ທິ​ປະ​ໄຕ, ຍຸ​ຕິ​ທຳ ແລະ​ ສີ​ວິ​ໄລ.

ອວຍ​ພອນ​ໃຫ້​ສາຍ​ພົວ​ພັນມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ ສອງ​ພັກ ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ​ລາວ-ຫວຽດ​ນາມ ຈົ່ງ​ສືບ​ຕໍ່​​ໄດ້​ຮັບການ​ເສີມ​ຂະ​ຫຍາຍ ແລະ ເກີດດອກ​ອອກ​ຜົນ​ຢ່າງ​ບໍ່​ຢຸດຢັ້ງ ເພື່ອ​ຜົນ​ປະ​ໂຫຍດຂອງ​ປະ​ຊາ​ຊົນ​ສອງ​ຊາດ, ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບ ການ​ຮ່ວມ​ມື ແລະ ການ​ພັດ​ທະ​ນາ ຢູ່​ໃນ​ພາກ​ພື້ນ ແລະ ສາ​ກົນ.

          ຂ້າ​ພະ​ເຈົ້າ​ ຂໍ​ອວຍ​ພອນ​ໃຫ້ ສະ​ຫາຍ ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ແລະ ມີຜົນ​ສຳ​ເລັດ​​ໃຫຍ່​ຫຼວງໃນການປະຕິບັດ​ໜ້າ​ທີ່​ອັນ​ສູງ​ສົ່ງ​ຂອງສະຫາຍ ໃນຖານະເລຂາທິການໃຫຍ່ ແລະ ປະທານປະເທດ.

ດ້ວຍ​ຄວາມ​ນັບ​ຖື​ຖານ​ສະ​ຫາຍ,

ນະ​ຄອນ​ຫລວງວຽງ​ຈັນ, ວັນ​ທີ 23 ຕຸ​ລາ 2018

   ບຸນ​ຍັງ ວໍ​ລະ​ຈິດ

ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ ປະ​ຊາ​ຊົນ​ ປະ​ຕິ​ວັດ​ລາວ,   ປະ​ທານ​ປະ​ເທດ ​ແຫ່ງ​ ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ ​ປະ​ຊາ​ຊົນ​ລາວ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486605
ມື້ນີ້159
ມື້ວານ142
ອາທິດນີ້267
ເດືອນນີ້5910