ນະຄອນຫຼວງວຽງຈັນ, ວັນທີ 30 ພະຈິກ 2018
ສົມເດັດ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະອາຣັບ ເອມີເຣດ ຄົບຮອບ 47 ປີ, ໃນນາມປະຊາຊົນລາວທຸກຖ້ວນໜ້າ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສົມເດັດ ແລະ ປະຊາຊົນ ສະຫະອາຣັບ ເອມີເຣດ ທຸກຖ້ວນໜ້າ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະອາຣັບ ເອມີເຣດ ມີສາຍພົວພັນມິດຕະພາບ, ການຮ່ວມມືທີ່ດີ ແລະ ໃຫ້ການສະໜັບສະໜູນເຊິ່ງກັນແລະກັນ ໃນເວທີພາກພື້ນ ແລະ ສາກົນ ຕະຫຼອດໄລຍະທີ່ຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີດັ່ງກ່າວນີ້ ຈະສືບຕໍ່ໄດ້ຮັບການພັດທະນາໃນຊຸມປີຕໍ່ໜ້າ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊໃຫ້ ສົມເດັດ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະຊາຊົນ ສະຫະອາຣັບ ເອມີເຣດ ຈົ່ງສືບຕໍ່ມີຄວາມວັດທະນະຖາວອນ.
ດ້ວຍຄວາມນັບຖືຢ່າງສູງ.
ບຸນຍັງ ວໍລະຈິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສົມເດັດ ຄາລີຟາ ບິນ ຊາຢິດ ອາລ ນາຢັນ
ປະທານາທິບໍດີ ແຫ່ງ ສະຫະອາຣັບ ເອມີເຣດ
ທີ່ ອາບູ ດາບີ