ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍວັນຊາດ ແຫ່ງ ສປປ ລາວ ຄົບຮອບ 43 ປີ ຈາກບັນດາການນຳຂັ້ນສູງ ແຫ່ງ ສານຊົມເຊີຍວັນຊາດ ແຫ່ງ ສປປ ລາວ ຄົບຮອບ 43 ປີ ຈາກບັນດາການນຳຂັ້ນສູງ ແຫ່ງ ສະຫະພັນ ຣັດເຊຍ

ວັນທີ 2 ທັນວາ 2018

ພະນະທ່ານ ບຸນຍັງ ວໍລະຈິດ,

ປະທານປະເທດ ແຫ່ງ ສປປ ລາວ

ພະນະທ່ານ ປະທານປະເທດ ທີ່ນັບຖື,

ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງ ພະນະທ່ານ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ຂ້າພະເຈົ້າ ມີຄວາມເພິ່ງພໍໃຈເປັນຢ່າງຍິ່ງ ຕໍ່ສາຍພົວພັນ ລະດັບສູງ ຣັດເຊຍ-ລາວ. ຂ້າພະເຈົ້າ ເຊື່ອຫມັ້ນວ່າ ການເປັນູຄູ່ຮ່ວມຍຸດທະສາດ ແລະ ການຮ່ວມມືສອງຝ່າຍ ໃນຂົງເຂດຕ່າງໆ ເຊິ່ງໄດ້ຮັບການເສີມຂະຫຍາຍໃຫ້ເຂັ້ມແຂງຍິ່ງໆຂື້ນ ຈະຕອບສະຫນອງຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍ່ຄືເປັນການຄໍ້າປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງ ໃນພາກພື້ນອາຊີ-ປາຊີຟິກ.

ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ປະທານປະເທດ ທີ່ນັບຖື ຈົ່ງມີສຸຂະພາບແຂງແຮງ ແລະ ປະ ສົບຜົນສຳເລັດໃນຫນ້າທີ່ວຽກງານອັນສູງສົ່ງຂອງຕົນ ແລະ ປະຊາຊົນລາວທຸກທົ່ວຫນ້າ ຈົ່ງມີຄວາມຈະເລີນຮຸ່ງເຮືອງ.

                                                                                ດ້ວຍຄວາມນັບຖື,

                                                                          ພະນະທ່ານ ວາລາດີເມຍ ປູຕິນ,

                                                                          ປະທານາທິບໍດີ ແຫ່ງ ສ. ຣັດເຊຍ


 ພະນະທ່ານ ທອງລຸນ ສີສຸລິດ,

 ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ທ່ານ ນາຍົກລັດຖະມົນຕີ ທີ່ນັບຖື,

 

                 ໃນນາມລັດຖະບານແຫ່ງ ສະຫະພັນ ຣັດເຊຍ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າ ມີຄວາມຍິນດີ ສະແດງຄຳຊົມເຊີຍ ມາຍັງພະນະທ່ານ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທະປະໄຕ ປະຊາຊົນລາວ.

ການພົວພັນ ຣັດເຊຍ-ລາວ ແມ່ນຢູ່ບົນພື້ນຖານແຫ່ງມິດຕະພາບ ແລະ ການເປັນຄູ່ຮ່ວມມື. ຂ້າພະເຈົ້າເຊື່ອໝັ້ນວ່າ ການເສີມຂະຫຍາຍການຮ່ວມມືໃນຂົງເຂດການຄ້າ, ເສດຖະກິດ, ວິທະຍາສາດ, ເຕັກໂນໂລຊີ, ວັດທະນະທຳ ແລະ ມະນຸດສະທຳ ໃຫ້ເຂັ້ມແຂງ ກໍ່ຄືການຈັດຕັ້ງປະຕິບັດໂຄງການຮ່ວມກັນໃນຂົງເຂດຕ່າງໆ ແມ່ນຕອບສະຫນອງຜົນປະໂຫຍດຂອງສອງປະເທດພວກເຮົາ.

   

ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດໃຫ້ ທ່ານ ນາຍົກລັດຖະມົນຕີ ທີ່ນັບຖື ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນພາລະກິດທີ່ໄດ້ຮັບມອບຫມາຍຂອງຕົນ ແລະ ປະຊາຊົນລາວທຸກທົ່ວຫນ້າ ຈົ່ງມີຄວາມຢູ່ດີກິນດີ ແລະ ຈະເລີນຮຸ່ງເຮືອງ.

 

                                                                           ດ້ວຍຄວາມນັບຖື,

                                                                       ທ່ານ ເດີມີຕຼີ ເມັດເວເດັບ,

                                                            ນາຍົກລັດຖະມົນຕີ ແຫ່ງ ສະຫະພັນ ຣັດເຊຍ


 ພະນະທ່ານ ສະເຫລີມໄຊ ກົມມະສິດ,

 ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

 

ພະນະທ່ານ ລັດຖະມົນຕີ ທີ່ນັບຖື,

 

ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນຈິງໃຈມາຍັງ ພະນະທ່ານ ເນື່ອງໃນໂອກາດວັນປະກາດສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

 ພວກເຮົາມີຄວາມເພິ່ງພໍໃຈ ຕໍ່ທວ່ງທ່າການພັດທະນາອັນດີ ຂອງການພົວພັນ ຣັດເຊຍ-ລາວ ກໍ່ຄືການຮ່ວມມື ທີ່ມີຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ໃນເວທີສາກົນ. ຂ້າພະເຈົ້າ ຂໍຢືນຢັນຄືນ ຄວາມພ້ອມຂອງພວກເຮົາ ໃນການປະຕິບັດບັນດາສັນຍາສອງຝ່າຍ, ໂດຍສະເພາະອັນທີ່ໄດ້ຮັບການຕົກລົງ ໃນການພົບປະຂອງພວກເຮົາ ໃນເດືອນ ສິງຫາ ທີ່ປະເທດ ສິງກະໂປ.

 ຂ້າພະເຈົ້າ ເຊື່ອໝັ້ນວ່າ ຄວາມພະຍາຍາມຮ່ວມກັນຂອງພວກເຮົາ ຈະເປັນສິ່ງຮັບປະກັນ ໃນການສືບຕໍ່ຮັດແຫນ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍ່ຄືການຮັບປະກັນສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ ຢູ່ໃນຂົງເຂດອາຊີຕາ ເວັນອອກສ່ຽງໃຕ້ ແລະ ອາຊີ-ປາຊີຟິກ ໂດຍລວມ.

 

ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສໍາເລັດ ໃນຫນ້າທີ່ອັນສູງສົ່ງຂອງຕົນ ແລະ ອວຍພອນໃຫ້ພະນັກງານກະຊວງການຕ່າງປະເທດ ທຸກທ່ານ ຈົ່ງມີຄວາມຜາສຸກ ແລະ ພະລານາໄມສົມບູນ.

 

                                                                             ດ້ວຍຄວາມນັບຖື,

 

                                                                           ທ່ານ ເຊີເກ ລາເວີຣົບ,

                                                        ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ຣັດເຊຍ

 

 

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485892
ມື້ນີ້23
ມື້ວານ168
ອາທິດນີ້928
ເດືອນນີ້5197