ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນຳຂັ້ນສູງຂອງລາວ ສົ່ງຈົດໝາຍອວຍພອນວັນປະກາດເອກະລາດ ແຫ່ງ ສສ. ມຽນມາ ຄົບຮອບ 71 ປີ

 

ພະ​ນະ​ທ່ານ ອູ ວິນ ໝິນ

ປະ​ທາ​ນາ​ທິ​ບໍ​ດີ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ

ທີ່ ນະ​ຄອນ​ຫຼວງ​ເນ​ປິ​ດໍ.

ພະນະທ່ານ,

ເນື່ອງໃນໂອກາດອັນສະຫງ່າລາສີແຫ່ງ ວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ຄົບຮອບ 71 ປີ, ໃນນາມປະຊົນລາວ ທຸກຖ້ວນໜ້າ ແລະໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິດີຍິນດີເປັນຢ່າງຍິ່ງ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ແລະປະຊາຊົນມຽນມາ ທຸກຖ້ວນໜ້າ.

ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າມິດຕະພາບ ແລະ ການຮ່ວມມືອັນໃກ້ຊິດທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດພວກເຮົາທີ່ມີມາແລ້ວນັ້ນຈະສືບຕໍ່ໄດ້ຮັບການເສີມຂະຍາຍແລະ ​​​ແໜ້ນແຟ້ນເລີກເຊິ່ງຍິ່ງໆຂຶ້ນ​​ໃນອານາຄົດເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ.

ເນື່ອງໃນໂອກາດປີໃໝ່ 2019 ນີ້, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນໄຊອັນປະເສີດມາຍັງພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ​​ໃນໜ້າທີ່ອັນມີກຽດສູງສົ່ງຂອງພະນະທ່ານ ເພື່ອໃຫ້ປະຊາຊົນ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາສືບຕໍ່ມີຄວາມ​​ກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ.

ດ້ວຍ​ຄວາມເຄົາ​ລົບ ແລະ ​ນັບ​ຖື​ຢ່າງ​ສູງ,

ບຸນ​ຍັງ ວໍ​ລະ​ຈິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະຄອນຫຼວງວຽງຈັນ, ວັນທີ 31 ທັນວາ 2018

-------------------------------------------------------------------------------------------------

 

ພະ​ນະ​ທ່ານ ອູ ໝິນ ສະ​ເວ

ຮອງ​ປະ​ທາ​ນາ​ທິ​ບໍ​ດີ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ

ທີ່ ນະ​ຄອນ​ຫຼວງ​ເນ​ປິ​ດໍ.

 

ພະນະທ່ານ,

 

ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງ ຂໍສະແດງ​​ຄວາມຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ເນື່ອງໃນໂອກາດອັນສະຫງ່າລາສີແຫ່ງວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ຄົບຮອບ 71 ປີ.

ຂ້າພະເຈົ້າ ເຊື່ອໝັ້ນວ່າສາຍພົວພັນມິດຕະພາບອັນດີງາມແລະ ການຮ່ວມມືອັນໃກ້ຊິດທີ່ເປັນມູນເຊື້ອ  ລະຫວ່າງ ສອງປະເທດພວກເຮົາ ຈະສືບຕໍ່ແໜ້ນແຟ້ນ​​ຍິ່ງໆຂຶ້ນໃນອານາຄົດ ທັງໃນອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອ​​ຜົນປະໂຫຍດລວມ​​ຂອງປະຊາຊົນສອງຊາດພວກເຮົາ.

ເນື່ອງ​ໃນ​ໂອ​ກາດ​ປີໃໝ່ 2019 ນີ້, ຂ້າ​ພະ​ເຈົ້າ ຂໍສົ່ງ​ຄຳອວຍ​ພອນໄຊ​ອັນ​ປະ​ເສີດມາ​ຍັງ ​ພະ​ນະ​ທ່ານ ຈົ່ງ​ມີສຸ​ຂະ​ພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ແລະ ປະ​ສົບ​ຜົນ​ສຳ​ເລັດ​​ໃນ​ໜ້າ​ທີ່​ອັນ​ມີ​ກຽດ​ສູງ​ສົ່ງຂອງ ​ພະ​ນະ​ທ່ານ ກໍ​ຄື​ຄວາມຈະ​ເລີນວັດ​ທະ​ນາ​ຍິ່ງໆ​ຂຶ້ນ​ຂອງ​ປະ​ຊາ​ຊົນມຽນ​ມາ.

 ດ້ວຍ​ຄວາມເຄົາ​ລົບ ແລະ ​ນັບ​ຖື​ຢ່າງ​ສູງ,

 

ພັນ​ຄຳ ວິ​ພາ​ວັນ

ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະ​ຄອນ​ຫຼວງວຽງ​ຈັ​ນ, ວັນ​ທີ 31 ທັນ​ວາ 2018

-------------------------------------------------------------------------------------------------

ພະ​ນະ​ທ່ານ ອູ ເຮັນ​ຣີ ວັນ ທ່ຽວ

ຮອງ​ປະ​ທາ​ນາ​ທິ​ບໍ​ດີ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ

ທີ່ ນະ​ຄອນ​ຫຼວງ​ເນ​ປິ​ດໍ.

ພະນະທ່ານ,

ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງ ຂໍສະແດງຄວາມຊົມເຊີຍ​​ອັນອົບອຸ່ນ ແລະອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ເນື່ອງໃນໂອກາດອັນສະຫງ່າລາສີແຫ່ງວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ຄົບຮອບ 71 ປີ.

ຂ້າພະເຈົ້າ ເຊື່ອໝັ້ນວ່າສາຍພົວພັນ​​ມິດຕະພາບອັນດີງາມ ແລະ ການຮ່ວມມືອັນໃກ້ຊິດທີ່ເປັນມູນເຊື້ອ ລະຫວ່າງ ສອງປະເທດພວກເຮົາ ຈະສືບຕໍ່​​ໄດ້ຮັບການເສີມຂະຍາຍ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດ ເພື່ອຜົນປະໂຫຍດລວມຂອງສອງຊາດພວກເຮົາ.

ເນື່ອງ​ໃນ​ໂອ​ກາດ​ປີໃໝ່ 2019 ນີ້, ຂ້າ​ພະ​ເຈົ້າ ຂໍສົ່ງ​ຄຳອວຍ​ພອນໄຊ​ອັນ​ປະ​ເສີດມາ​ຍັງ ​ພະ​ນະ​ທ່ານ ຈົ່ງ​ມີສຸ​ຂະ​ພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ແລະ ປະ​ສົບ​ຜົນ​ສຳ​ເລັດ​​ໃນ​ໜ້າ​ທີ່​ອັນ​ມີ​ກຽດ​ສູງ​ສົ່ງຂອງ ​ພະ​ນະ​ທ່ານ.

ດ້ວຍ​ຄວາມເຄົາ​ລົບ ແລະ ​ນັບ​ຖື​ຢ່າງ​ສູງ,

ພັນ​ຄຳ ວິ​ພາ​ວັນ

ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະ​ຄອນ​ຫຼວງວຽງ​ຈັ​ນ, ວັນ​ທີ 31 ທັນ​ວາ 2018

-------------------------------------------------------------------------------------------------

 

ພະ​ນະ​ທ່ານ ອອງ ຊານ ຊູ ຈີ

ທີ່​ປຶກ​ສາ​ແຫ່ງ​ລັດ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ

ທີ່ ນະ​ຄອນ​ຫຼວງ​ເນ​ປິ​ດໍ.

ພະ​ນະ​ທ່ານ,

 

ເນື່ອງ​ໃນ​ໂອ​ກາດ ອັນ​ສະ​ຫງ່າ​ລາ​ສີ ແຫ່ງ ​ວັນປະ​ກາດ​ເອ​ກະ​ລາດ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ ຄົບ​ຮອບ 71 ປີ, ໃນ​ນາມ​ລັດ​ຖະ​ບານ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ແລະ ​ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ ຂໍສະ​ແດງ​ຄຳ​ຊົມ​ເຊີຍ​​ຢ່າງ​ຈິງ​ໃຈ ແລະ ອວຍ​ພອນ​ໄຊ​ອັນ​ປະ​ເສີດ​ ມາ​ຍັງ ພະ​ນະ​ທ່ານ ແລະ ຜ່ານ​ພະ​ນະ​ທ່ານ ໄປ​ຍັງ ​ລັດ​ຖະ​ບານ ແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ ມຽນ​ມາ.

ຂ້າເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນ​​ວ່າ ​​ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດຶກດຳບັນ ແລະ ການຮ່ວມມືອັນດີໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ລະຫວ່າງ ສອປະເທດ ກໍຄື ສອງລັດຖະບານພວກເຮົາຈະສືຕໍ່ໄດ້ຮັບການເສີມຂະຍາຍ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ. ຂ້າພະເຈົ້າ ພ້ອມແລ້ວທີ່ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດຮ່ວມກັບ ພະນະທ່ານ ເພື່ອນຳເອົາຜົນປະໂຫຍດມາສູ່ສອງປະເທດ ແລະ ປະຊາຊົນສອງຊາດພວກເຮົາກໍຄືເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ສາກົນ.

ເນື່ອງໃນໂອກາດປີໃໝ່ສາກົນ 2019 ນີ້, ຂ້າພະເຈົ້າຂໍ ອວຍພອນໄຊອັນປະເສີດມາຍັງພະນະທ່ານຈົ່ງມີລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງພະນະທ່ານ.

ດ້ວຍ​ຄວາມ​ນັບ​ຖື​ຢ່າງ​ສູງ.

 

ທອງ​ລຸນ ສີ​ສຸ​ລິດ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະ​ຄອນ​ຫຼວງວຽງ​ຈັນ, ວັນ​ທີ 28 ທັນ​ວາ 2018

-------------------------------------------------------------------------------------------------

ພະນະທ່ານອູຈໍຕິນ

ລັດ​ຖະ​ມົນ​ຕີ​ສະ​ຫະ​ພາບ

ກະຊວງຮ່ວມມືສາກົນ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ

ທີ່ ນະ​ຄອນ​ຫຼວງ​ເນ​ປິ​ດໍ.

ພະນະທ່ານ,

ເນື່ອງໃນໂອກາດອັນສະຫງ່າລາສີ ແຫ່ງວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ສະຫະພາບ ຽນມາ ຄົບຮອບ 71 ປີ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງພະນັກງານກະຊວງຮ່ວມມືສາກົນ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ທຸກຖ້ວນໜ້າ.

ຂ້າພະເຈົ້າ ເຊື່ອໝັ້ນຢ່າງແຮງກ້າວ່າ ການຮ່ວມມືອັນດີທີ່ມີມາຂອງພວກເຮົາ ແລະ ສາຍພົວພັນມິດຕະພາບອັນໃກ້ຊິດ ລະຫວ່າງ ສອງປະເທດ ກໍຄືສອງກະຊວງພວກເຮົາ ຈະສືບຕໍ່ໄດ້ຮັບການເສີມຂະຍາຍຍິ່ງໆຂຶ້ນໃນອະນາຄົດ ເພື່ອຜົນປະໂຫຍດລວມຂອງສອງປະເທດພວກເຮົາ ແລະຄອບຄົວອາຊຽນ​.

ເນື່ອງໃນໂອກາດປີໃໝ່ 2019 ນີ້, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນໄຊອັນປະເສີດມາຍັງພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ​​ໃນໜ້າທີ່ອັນມີກຽດຂອງພະນະທ່ານ.

ດ້ວຍຄວາມນັບຖືຢ່າງສູງ,

 

ສະເຫຼີມໄຊ ກົມມະສິດ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະ​ຄອນ​ຫຼວງວຽງ​ຈັນ, ວັນ​ທີ 28 ທັນ​ວາ 2018

 

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485958
ມື້ນີ້89
ມື້ວານ168
ອາທິດນີ້994
ເດືອນນີ້5263