ນະຄອນຫຼວງວຽງຈັນ, ວັນທີ 1 ຕຸລາ 2020
ສົມເດັດ,
ໃນນາມປະຊາຊົນລາວທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມປິຕິຍິນດີສົ່ງຄຳ ຊົມເຊີຍອັນອົບອຸ່ນ ມາຍັງສົມເດັດ ທີ່ຂຶ້ນຄອງລາດເປັນ ກະສັດ ອົງທີ XVI ແຫ່ງ ລັດກູເວດ.
ຂ້າພະເຈົ້າ ມີຄວາມຮູ້ສຶກຍິນດີເປັນຢ່າງຍິ່ງ ຕໍ່ການຮ່ວມມືທີ່ມີໝາກຜົນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດກູເວດ ຕະຫຼອດໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າ ສາຍພົວພັນແລະ ການຮ່ວມມືອັນດີງາມດັ່ງກ່າວ ລະຫວ່າງ ສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ພັດທະນາຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໄຊອັນປະເສີດ ມາຍັງສົມເດັດ ຈົ່ງມີພາລະນາໄມສົມບູນ, ມີຄວາມກະເສມສຳລານ ແລະ ຂໍໃຫ້ປະຊາຊົນກູເວດ ພາຍໃຕ້ພະບໍຣົມໂພທິສົມພານ ຂອງ ພະອົງ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງ.
ດ້ວຍຄວາມນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ສົມເດັດ ເຊກຄ໌ ນາວາ ອາລ-ອາມັດ ອາລ-ຈາເບີ ອາລ-ຊາບາສ
ກະສັດອົງທີ XVI ແຫ່ງ ລັດກູເວດ
ທີ່ ກູເວດ