ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຈົດໝາຍສະແດງຄວາມເຫັນໃຈ ຕໍ່ເຫດການຝົນຕົກໜັກ ແລະ ນໍ້າຖ້ວມ ຢູ່ ຣາຊະອານາຈັກ ກຳປູເຈຍ

ສົມເດັດ,

​​ຂ້າ​ພະ​ເຈົ້າ ໄດ້ຮັບຂ່າວດ້ວຍຄວາມເປັນຫ່ວງເປັນຢ່າງຍິ່ງ ຕໍ່ເຫດການຝົນຕົກໜັກ ແລະ ນໍ້າຖ້ວມ, ເຮັດ​ໃຫ້​ເກີດ​ນ້ຳ​ຖ້ວມ ຢູ່ນະຄອນຫຼວງພະນົມເປັນ ​ແລະ ​ຫຼາຍແຂວງຂອງກຳປູເຈຍ, ເຊິ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍທາງດ້ານຊີ​ວິດ ແລະ ຊັບ​ສິນ​ຂອງ​ປະ​ຊາ​ຊົນກຳປູເຈຍ ຈຳນວນຫຼວງຫຼາຍ.

ໃນ​ນາມ​ລັດ​ຖະ​ບານ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ເສຍໃຈ ແລະ ເຫັນ​ໃຈ​ຢ່າງ​ສຸດ​ຊຶ້ງ​ມາ​ຍັງ ສົມເດັດ, ລັດ​ຖະ​ບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໂດຍສະເພາະ ​ສະ​ມາ​ຊິກ​ຄອບ​ຄົວ​ຂອງ​ຜູ້​ປະ​ສົບ​ໄພ​ທຳ​ມະ​ຊາດ​ໃນຄັ້ງນີ້.

ຂ້າ​ພະ​ເຈົ້າ ມີ​ຄວາມ​ເຊື່ອໝັ້ນ​ວ່າ ດ້ວຍຄວາມເອົາໃຈໃສ່ ແລະ ​ການຊີ້ນຳ-​ນຳ​ພາອັນໃກ້ຊິດ​ຂອງ ສົມເດັດ ກໍຄື ຄວາມສາມັກຄີອັນເປັນປຶກແຜ່ນ​ຂອງປະຊາຊົນກຳປູເຈຍ, ຣາຊະອານາຈັກກຳປູເຈຍ ​ຈະ​ສາ​ມາດ​ຜ່ານ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ ​ໃນຄັ້ງນີ້ ແລະ ສາມາດຟື້ນຟູເຂດທີ່ໄດ້ຮັບຜົນກະທົບດັ່ງກ່າວ ​ໃຫ້​ກັບ​ຄືນ​ສູ່​ສະພາບ​ປົກ​ກະ​ຕິ​ໂດຍ​ໄວ.

ດ້ວຍ​ຄວາມ​ນັບ​ຖື​ຢ່າງ​ສູງ.

  ທອງ​ລຸນ ສີສຸລິດ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ສົມເດັດ ອັກຄະ ມະຫາ ເສນາ ບໍດີ ເຕໂຈ ຮຸນ ແຊນ  

ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ

ທີ່ ນະຄອນຫຼວງພະນົມເປັນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486417
ມື້ນີ້113
ມື້ວານ220
ອາທິດນີ້79
ເດືອນນີ້5722