ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍວັນຊາດ ໂອມານ ຄົບຮອບ 50 ປີ

ນະ​ຄອນ​ຫລວງວຽງ​ຈັນ, ວັນ​ທີ 17   ພະຈິກ 2020

ສົມເດັດ,

ໃນ​ນາມ​ຕາງໜ້າປະ​ຊາ​ຊົນລາວ ທຸກຖ້ວນໜ້າ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ​ ມີ​ຄວາມ​ປິ​ຕິ​ຍິນ​ດີເປັນ​ຢ່າງ​ຍິ່ງ ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ ສົມເດັດ, ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນໂອມານ ເນື່ອງ​ໃນ​ໂອ​ກາດ​ ​ວັນ​ຊາດ ແຫ່ງ ລັດໂອມານ ຄົບຮອບ 50 ປີ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດ ໂອມານ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ໃນໄລຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມດັ່ງກ່າວ ລະ ຫວ່າງ ສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການພັດທະນາໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງສອງຊາດພວກເຮົາ.

ຂ້າ​ພະ​ເຈົ້າ ຂໍ​ອວ​ຍ​ພອນ​​ ສົມເດັດ ຈົ່ງມີ​ພະ​ລະ​ນາ​ໄມສົມ​ບູນ, ມີ​ຄວາມ​ຜາ​ສຸກ ແລະ ປະຊາຊົນໂອມານ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງ.

ດ້ວຍ​ຄວາມນັບ​ຖືຢ່າງ​ສູງ.

         ບຸນ​ຍັງ ວໍ​ລະ​ຈິດ

         ປະ​ທານ​ປະ​ເທດ

                                                                ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

ສົມເດັດ ຮາອິທໍາ ບິນ ຕາຣິຄ ບິນ ອາລ ຊາຍດິ,

ຊຸນຕານ ແຫ່ງ ລັດໂອມານ

ທີ່ ມັດສະກັດ


ພະນະທ່ານ,

ຂ້າ​ພະ​ເຈົ້າ​ ມີ​ຄວາມ​ປິ​ຕິ​ຍິນ​ດີເປັນ​ຢ່າງ​ຍິ່ງ ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ​ພະ​ນະ​ທ່ານ ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດແຫ່ງ ລັດ​ໂອມານ ຄົບຮອບ 50.

ຂ້າພະເຈົ້າ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດໂອມານ ໃນຊຸມປີທີ່ຜ່ານມາ ແລະ ຫວັງເປັນຢ່າງຍິ່ງວ່າຈະໄດ້ຮ່ວມເຮັດວຽກ ກັບພະນະທ່ານ ຢ່າງໃກ້ຊິດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ ຂອງພວກເຮົາ.

ຂ້າ​ພະ​ເຈົ້າ ຂໍ​ອວ​ຍ​ພອນ​ໃຫ້ ​ພະ​ນະ​ທ່ານ ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ​ມີຄວາມ​ຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດ ຂອງ ພະນະທ່ານ.

 

ດ້ວຍ​ຄວາມ​ນັບ​ຖື​ຢ່າງ​ສູງ.    

 

ສະ​ເຫຼີມ​ໄຊ ກົມ​ມະ​ສິດ

   ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງ​ປະ​ເທດ

                                                            ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

 

ພະ​ນະ​ທ່ານ ຊາຍຢິດ ບາຣ ບິນ ຮາມາດ ບິນ ຮາມູດ ອໍ ບູຊາຍດິ,

ລັດ​ຖະ​ມົນ​ຕີ​​​ກະຊວງຕ່າງປະເທດ

ແຫ່ງ ລັດ​ໂອມານ

ທີ່ ມັດສະກັດ

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486049
ມື້ນີ້180
ມື້ວານ168
ອາທິດນີ້1085
ເດືອນນີ້5354