ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານພອນວັນຊາດລາວ ຄົບຮອບ 45 ປີ ຈາກການນຳຂັ້ນສູງ ແຫ່ງ ສະຫະພັນ ຣັດເຊຍ

ພະນະທ່ານ ບຸນຍັງ ວໍລະຈິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະຄອນຫຼວງວຽງຈັນ

ພະນະທ່ານ ປະທານປະເທດ ນັບຖື,

ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍມາຍັງ ພະນະທ່ານ ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ສາຍພົວພັນມິດຕະພາບ ຣັດເຊຍ-ລາວ ແມ່ນຢູ່ບົນພື້ນຖານແຫ່ງມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ຄວາມເຄົາລົບນັບຖືເຊິ່ງກັນ ແລະ ກັນ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນພວກເຮົາ ຈະສືບຕໍ່ເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດ, ການຮ່ວມມືສອງຝ່າຍທີ່ສ້າງສັນໃນດ້ານຕ່າງໆ ລະຫວ່າງ ສອງລັດພວກເຮົາ. ອັນນີ້ແນ່ນອນແລ້ວ, ຈະຕອບສະໜອງຜົນປະໂຫຍດຂອງປະຊາຊົນ ຣັດເຊຍ ແລະ ລາວ ແລະ ສອດຄ່ອງກັບແນວທາງແຫ່ງການເສີມສ້າງຄວາມໝັ້ນຄົງ ແລະ ສະຖຽນລະພາບ ຢູ່ໃນຂົງເຂດ ອາຊີ-ປາຊີຟິກ.

ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດທຸກປະການ, ພ້ອມທັງອວຍພອນໃຫ້ປະຊາຊົນລາວ ຈົ່ງມີຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງ.

          ດ້ວຍຄວາມນັບຖືຢ່າງສູງ,

ວະລາດີເມຽ ປູຕິນ

ກະແລັມແລັງ, ມົດສະກູ

ວັນທີ 2 ທັນວາ 2020.

-----------------------------------------------------------------------------------------------------------------------

 

ພະນະທ່ານ ທອງລຸນ ສີສຸລິດ

 

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ນະຄອນຫຼວງວຽງຈັນ

 

ພະນະທ່ານ ທອງລຸນ ສີສຸລິດ ທີ່ ນັບຖື,

 

ຕາງໜ້າລັດຖະບານ ແຫ່ງ ສະຫະພັນ ຣັດເຊຍ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍມາຍັງ ພະນະທ່ານ ເນື່ອງໃນໂອກາດຄົບຮອບ 45 ປີ ແຫ່ງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

 

ຣັດເຊຍ ແລະ ລາວ ໄດ້ເຊື່ອມໂຍງກັນດ້ວຍການພົວພັນບົນພື້ນຖານແຫ່ງມິດຕະພາບ ແລະ ການເປັນຄູ່ຮ່ວມມື. ຂ້າພະເຈົ້າ ເຊື່ອໝັ້ນວ່າ ການພົວພັນຮ່ວມມືທີ່ມີໝາກຜົນໃນລະດັບລັດຖະບານ, ການເສີມສ້າງການຮ່ວມມືທາງດ້ານການຄ້າ, ເສດຖະກິດ, ວິທະຍາສາດ, ເຕັກນິກ, ວັດທະນະທໍາ ແລະ ມະນຸດສະທໍາ, ການສົ່ງເສີມໂຄງການຮ່ວມມືອັນໃໝ່ນໍາກັນ ຈະຕອບສະໜອງຜົນປະໂຫຍດຂອງສອງປະເທດພວກເຮົາ.

 

ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດອັນໃໝ່ ໃນພາລະກິດອັນສູງສົ່ງຂອງຕົນ ແລະ ຂໍອວຍພອນໃຫ້ປະຊາຊົນລາວ ຈົ່ງມີຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງ.

 

          ດ້ວຍຄວາມນັບຖືຢ່າງສູງ,

 

ມິຄາອິລ ມິດຊຸສຕິນ

 

ມົດສະກູ,

ວັນທີ 2 ທັນວາ 2020.
-----------------------------------------------------------------------------------------------------------------------

ພະນະທ່ານ ສະເຫຼີມໄຊ ກົມມະສິດ

 

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ນະຄອນຫຼວງວຽງຈັນ

 

ພະນະທ່ານ ລັດຖະມົນຕີ ທີ່ ນັບຖື ແລະ ສະຫາຍ ທີ່ຮັກແພງ,

 

ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງ ພະນະທ່ານ ເນື່ອງໃນໂອກາດຄົບຮອບ 45 ປີ ແຫ່ງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

 

ພວກຂ້າພະເຈົ້າ ມີຄວາມເພິ່ງພໍໃຈທີ່ເຫັນວ່າ ສາຍພົວພັນ ຣັດເຊຍ-ລາວ ໄດ້ຮັບການພັດທະນາໃນທາງບວກຢ່າງຕໍ່ເນື່ອງ, ມີການຮ່ວມມືທີ່ໄວ້ວາງໃຈກັນໄດ້ໃນເວທີສາກົນ. ພວກຂ້າພະເຈົ້າ ມີຄວາມມຸ່ງໝັ້ນທີ່ຈະສືບຕໍ່ການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດ ລະຫວ່າງ ຣັດເຊຍ ແລະ ສປປ ລາວ ເພື່ອຜົນປະໂຫຍດແຫ່ງການຮັບປະກັນສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຢູ່ໃນຂົງເຂດອາຊີຕາເວັນອອກສຽງໃຕ້ ແລະ ຂົງເຂດອາຊີ-ປາຊີຟິກ ໂດຍລວມ.

 

ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດອັນໃໝ່ໃຫຍ່ຫຼວງກ່ວາເກົ່າ.

 

          ດ້ວຍຄວາມນັບຖືຢ່າງສູງ,

 

ເຊເກຣ ລາວະຣົບ

 

ມົດສະກູ,

ວັນທີ 2 ທັນວາ 2020.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486307
ມື້ນີ້3
ມື້ວານ220
ອາທິດນີ້1343
ເດືອນນີ້5612