ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານພອນວັນຊາດລາວ ຄົບຮອບ 45 ປີ ຈາກການນຳຂັ້ນສູງ ແຫ່ງ ສປປ ເກົາຫລີ

ສະຫາຍ ບຸນຍັງ ວໍລະຈິດ,

ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ

ປະທານປະເທດ ເເຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນທີ່ສຸດ ມາຍັງ ສະຫາຍເລຂາທິການໃຫຍ່ ເເລະ ພັກ, ລັດຖະບານ ເເລະ ປະຊາຊົນລາວອ້າຍນ້ອງ.

ຕະຫຼອດໄລຍະ 45 ປີ ທີ່ຜ່ານມາ ເເຫ່ງການສະຖາປະນາ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ສາທາລະນະລັເດ ປະຊາທິປະໄຕ ປະຊາຊົນລາວ ສາມາດໄດ້ບັນລຸຜົນສໍາເລັດອັນໃຫຍ່ຫຼວງໃນການຕໍ່ສູ້ ເພື່ອຢຶດໝັ້ນອຸດົມການສັງຄົມນິຍົມ ຢ່າງເເນ່ນອນ ເເລະ ເສີມຂະຫຍາຍລະບອບປະຊາທິປະໄຕປະຊາຊົນ ເເລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃນທ່າມກາງຄວາມຫຍຸ້ງຍາກຫຼາຍຢ່າງ ເເລະ ການທ້າທ້າຍນາໆປະການຂອງພາຍໃນ ເເລະ ພາຍນອກ.

ພວກຂ້າພະເຈົ້າ ຍາມໃດກໍ່ມີຄວາມຮູ້ສຶກດີໃຈຕໍ່ກັບສິ່ງດັ່ງກ່າວນີ້ ເເລະ ເຊື່ອໝັ້ນຢ່າງໜັກເເໜ້ນວ່າ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະສືບຕໍ່ມີຄວາມຈະເລີຍຮຸ່ງເຮືອງ ຢ່າງບໍ່ຢຸດຢັ້ງໃນອານາຄົດ.

ໃນໂອກາດນີ້, ຂ້າພະເຈົ້າ ສະເເດງຄວາມເຊື່ອໝັ້ນວ່າ ສາຍພົວພັນ ມິດຕະພາບ ເເລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງປະເທດ ພວກຂ້າພະເຈົ້າ ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນບົນເສັ້ນທາງເເຫ່ງການຕໍ່ສູ້ຮ່ວມກັນກ້າວສູ່ສັງຄົມນິຍົມ ເເລະ ຮັບການເພີ່ມພູນຄູນສ້າງມາ ຢ່າງບໍ່ມີການປ່ຽນເເປງ ຈະສືບຕໍ່ຮັບການເສີມຂະຫຍາຍໃຫ້ເເໜ້ນເເຟ້ນຍິ່ງໆຂຶ້ນ.

ຂໍອວຍພອນໄຊຢ່າງສຸດອົກສຸດໃຈ ໃຫ້ ສະຫາຍເລຂາທິການໃຫຍ່ ຈົ່ງມີ ສຸຂະພາບເເຂງເເຮງ ເເລະ ປະສົບຜົນສໍາເລັດ ອັນໃຫຍ່ຫຼວງກວ່າເກົ່າ ໃນພາລະໜ້າທີ່ອັນມີຄວາມຮັບຜິດຊອບຂອງສະຫາຍ.

ກິມ ເຈິງ ອຸນ

ປະທານ ພັກເເຮງງານເກົາຫຼີ

ປະທານ ຄະນະກໍາມະທິການກິດຈະການເເຫ່ງລັດ

ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ

ວັນທີ 2 ທັນວາ, ປີ ຈຸດເຊ109(2020)

ນະຄອນຫຼວງພຽງຢາງ

------------------------------------------------------------------------------------------------------

ສະຫາຍ ທອງລຸນ ສີສຸລິດ,

     ນາຍົກລັດຖະມົນຕີ ເເຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ມາຍັງ ສະຫາຍ ເເລະ ຜ່ານສະຫາຍ ໄປຍັງ ລັດຖະບານ ເເລະ ປະຊາຊົນ ພວກສະຫາຍອ້າຍນ້ອງ.

ຕະຫຼອດໄລຍະ 45 ປີ ທີ່ຜ່ານມາ ເເຫ່ງການສະຖາປະນາ, ພາຍໃຕ້ການນໍາພາອັນຖືກຕ້ອງຂອງ ພັກປະຊາຊົນປະຕິວັດລາວ, ລັດຖະບານ ເເລະ ປະຊາຊົນ ສປປ ລາວ ໂດຍຢຶດໝັ້ນອຸດົມການສັງຄົມນິຍົມຢ່າງເເນວເເນ່ ໄດ້ຮັບການພັດທະນາທີ່ສໍາຄັນຍິ່ງ ໃນທຸກຂະເເໜງການຂອງເສດຖະກິດ-ສັງຄົມ.

ໃນໂອກາດນີ້, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດ ໃຫ້ ສະຫາຍ ເເລະ ລັດຖະບານພວກສະຫາຍ ຈົ່ງປະສົບຜົນສໍາເລັດອັນໃຫຍ່ຫຼວງກວ່ສາເກົ່າໃນໜ້າທີ່ຂອງຕົນ ເພື່ອພັດທະນາປະເທດຊາດໃຫ້ມີຄວາມເຂັ້ມເເຂງ ເເລະ ຈະເລີນຮຸ່ງເຮືອງ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ເເລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດພວກເຮົາ ຈະນັບມື້ນັບຮັບການພັດທະນາໃຫ້ເເໜ້ນແຟ້ນຂຶ້ນ.

ກິມ ດົກ ຮຸນ

ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ

ວັນທີ 2 ທັນວາ, ປີ ຈຸດເຊ109(2020)

ນະຄອນຫຼວງພຽງຢາງ

------------------------------------------------------------------------------------------------------

 

ສະຫາຍ ສະເຫຼີມໄຊ ກົມມະສິດ,

 

     ລັດຖະມົນຕີ ກະຊວງການຕ່າງປະເທດ

 

     ເເຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ເເລະ ຄໍາອວຍພອນອັນປະເສີດ ມາຍັງ ສະຫາຍ.

 

ການທີ່ສືບຕໍ່ພັດທະນາຢ່າງຕັ້ງໜ້າ ສາຍພົວພັນມິດຕະພາບ ເເລະ ການຮ່ວມມື ເກົາຫຼີ-ລາວ ທີ່ໄດ້ຖຶກສ້າງຕັ້ງຂຶ້ນ ໂດຍບັນດາຜູ້ນໍາໃນເມື່ອກ່ອນ ເເລະ ຜູກພັນຢ່າງໜັກເເໜ້ນດ້ວຍອຸດົມການສັງຄົມນິຍົມເເມ່ນ ຈຸດຢືນທີ່ບໍ່ປ່ຽນເເປງ ຂອງລັດຖະບານ ສາທາລະນະລັດພວກເຮົາ.

 

ຂ້າພະເຈົ້າ ເຊື່ອໝັ້ນວ່າ ສອງກະຊວງການຕ່າງປະເທດພວກເຮົາ ຈະສືບຕໍ່ເພີ່ມທະວີການເເລກປ່ຽນ ເເລະ ປະສານສົມທົບກັນ ເເລະ ກັນ ຢ່າງໃກ້ຊິດກວ່າເກົ່າ ເພື່ອໃຫ້ການພັດທະນາສາຍພົວພັນ ລະຫວ່າງ ສອງປະເທດ.

 

ຂໍອວຍພອນໄຊອັນປະເສີດ ໃຫ້ສະຫາຍ ຈົ່ງ ປະສົບຜົນສໍາເລັດອັນໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ຂອງສະຫາຍຊຶ່ງພັດທະນາ ສາຍພົວພັນກັບຕ່າງປະເທດຂອງປະເທດພວກສະຫາຍອ້າຍນ້ອງ.

 

ຣິ ເຊິນ ກວນ

 

ລັດຖະມົນຕີ ກະຊວງການຕ່າງປະເທດ

 

ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ

 

ວັນທີ 2 ທັນວາ, ປີ ຈຸດເຊ109(2020)

ນະຄອນຫຼວງພຽງຢາງ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486242
ມື້ນີ້158
ມື້ວານ215
ອາທິດນີ້1278
ເດືອນນີ້5547