ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມຊົມເຊີຍ ຈາກການນຳຂັ້ນສູງ ແຫ່ງ ຣາຊະອານາຈັກໄທ

 

 

ພະນະທ່ານ ພັນຄໍາ ວິພາວັນ,

ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ຂ້າພະເຈົ້າ ຂໍສະແດງຄວາມຍິນດີກັບ ພະນະທ່ານ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ການແຕ່ງຕັ້ງຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມໄວ້ວາງໃຈຕໍ່ ພະນະທ່ານ ທີ່ໄດ້ຮັບຈາກ ສະພາແຫ່ງຊາດ ແລະ ຈາກປະຊາຊົນລາວ. ຂ້າພະເຈົ້າ, ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ພະນະທ່ານ ປະຊາຊົນ ແລະ ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ຮັບການພັດທະນາໃຫ້ຈະເລີນຮຸ່ງເຮືອງຍິ່ງໆຂື້ນໄປ.

ຂ້າພະເຈົ້າ, ມີຄວາມຍິນດີເປັນຢ່າງຍິ່ງທີ່ຈະໄດ້ຮ່ວມເຮັດວຽກກັບພະນະທ່ານ ເພື່ອສືບຕໍ່ຊຸກຍູ້ການພົວພັນ ລາວ-ໄທ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ໃນຖານປະເທດບ້ານໃກ້ເຮືອນຄຽງ, ໂດຍສະເພາະຢ່າງຍິ່ງໃນໂອກາດທີ່ທັງສອງປະເທດກຳລັງສະເຫຼີມສະຫຼອງການຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງກັນ, ລວມໄປເຖິງການຮ່ວມກັນຍົກລະດັບການເປັນຄູ່ຮ່ວມມືຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ພັດທະນາແບບຍືນຍົງ ໃຫ້ເປັນຮູບປະທຳເພື່ອຜົນປະໂຫຍດຂອງປະຊາຊົນທັງສອງປະເທດ ແລະ ເພື່ອໃຫ້ປະເທດໄທ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີຄວາມໝັ້ນຄົງ, ຄວາມສົມບູນພູນສຸກ ແລະ ຍືນຍົງໄປພ້ອມກັນ.

ສຸດທ້າຍນີ້, ໃນນາມຂອງລັດຖະບານ ແລະ ປະຊາຊົນໄທ ຂ້າພະເຈົ້າ ຂໍວອນໄຫວ້ຄຸນພະສີຣັດຕະນະໄຕ ແລະ ສິ່ງສັກສິດທັງຫຼາຍ ຈົ່ງຊ່ວຍດົນບັນດານພອນໃຫ້ ພະນະທ່ານ ແລະ ຄອບຄົວຈົ່ງມີສຸຂະພາບທີ່ແຂງແຮງ,ປະສົບຜົນສຳເລັດ ແລະ ວັດທະຖານາວອນ.

ພົນເອກປຣະຢຸດ ຈັນໂອຊາ

ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

------------------------------------------------------

ພະນະທ່ານ ສະເຫຼີມໄຊ ກົມມະສິດ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ຂ້າພະເຈົ້າ ຂໍສະແດງຄວາມຍິນດີຢ່າງຍິ່ງ ທີ່ພະນະທ່ານໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອີກວາລະຫນຶ່ງ, ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມໄວ້ວາງໃຈທີ່ພະນະທ່ານໄດ້ຮັບຈາກ ສະພາແຫ່ງຊາດ, ພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວ ຈາກຜົນງານຂອງພະນະທ່ານໃນການຊຸກຍູ້ໃຫ້ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີບົດບາດທີ່ໂດດເດັ່ນດ້ານການຕ່າງປະເທດ ໃນໄລຍະທີ່ຜ່ານມາ.

ຂ້າພະເຈົ້າ ຮູ້ສຶກເປັນກຽດຢ່າງຍິ່ງ ທີ່ມີໂອກາດຮ່ວມງານກັບພະນະທ່ານຢ່າງໃກ້ຊິດໃນໄລຍະທີ່ຜ່ານມາ ແລະ ຍິນດີທີ່ຈະໄດ້ຮ່ວມງານກັບທ່ານຕໍ່ໄປ ເພື່ອສານຕໍ່ການຮ່ວມມືທີ່ໄດ້ລິເລີ່ມຮ່ວມກັນ ເພື່ອຄວາມໝັ້ນຄົງ, ສົມບູນ   ພູນສຸກ ແລະ ຍືນຍົງ ຂອງທັງສອງປະເທດ ແລະ ພາກພື້ນ. ນອກຈາກນີ້, ໃນໂອກາດທີ່ ໄທ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກຳລັງສະເຫຼີມສະຫຼອງວັນຄົບຮອບ 70 ປີ ຂອງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງກັນ ຂ້າພະເຈົ້າມີຄວາມມຸ້ງໝັ້ນທີ່ຈະປະສານງານກັບພະນະທ່ານຢ່າງໃກ້ຊິດ ເພື່ອຮ່ວມກັນຊຸກຍູ້ກິດຈະກຳຕ່າງໆ ໃຫ້ເກີດຜົນເປັນຮູບປະທຳ ແລະ ນຳມາເຊິ່ງຜົນປະໂຫຍດ ແລະ ຄວາມຜາສຸກຮ່ວມກັນ ຂອງປະຊາຊົນ ທັງສອງປະເທດ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ທ່ານ ແລະ ຄອບຄົວ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງທ່ານ.

ດອນ ປະຣະມັດວິໄນ

ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງຣາຊະອານາຈັກໄທ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485880
ມື້ນີ້11
ມື້ວານ168
ອາທິດນີ້916
ເດືອນນີ້5185