ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນສ້າງຕັ້ງສາຍພົວພັນການທູດ ແຫ່ງ ສປປ ລາວ-ສປ ຈີນ ຄົບຮອບ 60 ປີ

 

 

ຮຽນ:   ສະຫາຍ ຫຼີ ເຄີ້ສຽງ,               

         ນາຍົກລັດຖະມົນຕີ

         ແຫ່ງ ສາທາລະນະລັດ ປະຊາຊົນຈີນ

                                                                                          ທີ່ ນະຄອນຫຼວງປັກກິ່ງ

ສະຫາຍ ຫຼີ ເຄີ້ສຽງ ທີ່ຮັກແພງ,

         ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ສປປ ລາວ ແລະ ສປ ຈີນ ຄົບຮອບ 60 ປີ, ໃນນາມພັກ, ລັດຖະບານ ແລະ ປະຊາຊົນລາວທຸກທົ່ວໜ້າໃນທົ່ວປະເທດ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງພັກ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງທຸກຖ້ວນໜ້າ.

         ຂ້າພະເຈົ້າ ມີຄວາມປື້ມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 60 ປີ ທີ່ຜ່ານມາ, ຄວາມໄວ້ເນື້ອເຊື້ອໃຈເຊິ່ງກັນແລະກັນ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນອ້າຍນ້ອງ ໄດ້ຮັບການເພີ່ມທະວີນັບມື້ນັບສູງຂຶ້ນ, ການຂະຫຍາຍຕົວຂອງການຮ່ວມມືສອງຝ່າຍໃນດ້ານຕ່າງໆ ໄດ້ນໍາເອົາຜົນປະໂຫຍດອັນໃຫຍ່ຫຼວງມາສູ່ປະຊາຊົນສອງຊາດຂອງພວກເຮົາ. ອັນນີ້ເປັນການສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ເຊິ່ງໄດ້ຮັບການຖະນຸຖະໜອມເພີ່ມພູນຄູນສ້າງທີ່ມີປະສິດທິຜົນຢ່າງຕໍ່ເນື່ອງ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ.  ອັນພົ້ນເດັ່ນກວ່າໝູ່ ແມ່ນການຍົກລະ ດັບສາຍພົວພັນຮ່ວມມືມາເປັນຄູ່ຮ່ວມມືແບບຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ໃນປີ 2009 ແລະ ກ້າວຂຶ້ນສູ່ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ ໃນປີ 2019,  ເຊິ່ງສິ່ງນີ້ເປັນການສະແດງໃຫ້ເຫັນເຖິງກໍາລັງແຮງຂອງລະບອບສັງຄົມນິຍົມ, ການພັດທະນາ ແລະ ຄວາມມຸ້ງຫວັງໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນທັງສອງປະເທດໃຫ້ດີຂຶ້ນກວ່າເກົ່າ. ຄວາມມຸ້ງຫວັງດັ່ງກ່າວ ຂອງພັກ-ລັດ ແລະ ປະຊາຊົນສອງຊາດລາວ-ຈີນ ໄດ້ຖືກຖ່າຍທອດອອກເປັນຮູບປະທໍາໃນຫຼາຍດ້ານເຊັ່ນ: ບັນດາໂຄງການຮ່ວມມືສອງຝ່າຍມີຄວາມຄືບໜ້າຢ່າງຕໍ່ເນື່ອງເປັນຕົ້ນ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ເຊິງຄາດວ່າຈະສໍາເລັດ ແລະ ເປີດນໍາໃຊ້ໄດ້ໃນທ້າຍປີນີ້. ສໍາລັບໂຄງການກໍ່ສ້າງທາງດ່ວນໄລຍະທີ່ໜຶ່ງແມ່ນໄດ້ກໍ່ສ້າງສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການແລ້ວ, ສ່ວນໄລຍະທີ່ສອງຄາດວ່າຈະໄດ້ຮັບການກໍ່ສ້າງໃນອະນາຄົດອັນໃກ້ນີ້, ເຊິ່ງສອດຄ່ອງກັບຂໍ້ລິເລີ່ມ ໜຶ່ງແລວໜຶ່ງ ເສັ້ນທາງ ຂອງ ສປ ຈີນ ແລະ ນະໂຍບາຍຂອງລັດຖະບານ ສປປ ລາວ ໃນການຫັນຈາກປະເທດບໍ່ມີຊາຍແດນຕິດກັບທະເລກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ. ນອກຈາກນີ້, ນັບຕັ້ງແຕ່ການເລີ່ມຕົ້ນຂອງການລະບາດຂອງພະຍາດ COVID-19, ສປ ຈີນ ກໍ່ໄດ້ໃຫ້ການຊ່ວຍເຫຼື່ອແກ່ ສປປ ລາວ ເພື່ອປ້ອງກັນ ແລະ ຕ້ານກັບພະຍາດດັ່ງກ່າວ ໄດ້ຢ່າງທັນການ ແລະ ມີປະສິດທິຜົນ. ຫຼ້າສຸດ ສປປ ລາວ ກໍ່ໄດ້ຮັບການຊ່ວຍເຫຼືອວັກຊີນ ຈາກ ສປ ຈີນ ຈໍານວນ 1.100.000 ໂດສ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງນໍ້າໃຈໂອບເອື້ອຍອາລີ ແລະ ເອື້ອຍເຟື້ອຍເພື່ອແຜ່ຂອງພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ມີຕໍ່ພັກ, ລັດຖະບານ ແລະ ປະຊາຊົນລາວ ໃນເວລາປະເຊີນກັບຄວາມຫຍຸ້ງຍາກ, ອັນເປັນການສະ ແດງເຖິງສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດນັບມື້ນັບແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂື້ນ.

         ພັກ, ລັດຖະບານ ແລະ ປະຊາຊົນລາວ ຍາມໃດກໍ່ເອົາໃຈໃສ່ຖະໜຸຖະໜອມສາຍພົວພັນມິດຕະພາບອັນເປັນມູນເຊື້ອ ທີ່ການນຳລຸ້ນກ່ອນໆຂອງສອງປະເທດໄດ້ຮ່ວມກັນສ້າງຂຶ້ນ ແລະ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນດັ່ງກ່າວນີ້ ໃຫ້ໝັ້ນຄົງຕະຫຼອດໄປ, ຈະພ້ອມກັບລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເສີມຂະຫຍາຍສາຍພົວພັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ໃຫ້ເຂົ້າສູ່ລວງເລິກນັບແຕ່ສູນກາງຮອດທ້ອງຖິ່ນ, ເພື່ອຜົນປະໂຫຍດອັນຊອບທຳຂອງປະຊາຊົນທັງສອງຊາດລາວ ແລະ ຈີນ, ພ້ອມທັງເປັນການຕອບສະໜອງຄວາມມຸ້ງມາດປາດຖະໜາອັນແຮງກ້າ ຂອງປະຊາຊົນສອງຊາດພວກເຮົາ ໃນການຍຶດໝັ້ນຫຼັກການບໍ່ແຊກແຊງເຂົ້າກິດຈະການພາຍໃນຂອງປະເທດອື່ນ ແລະ ຍຶດໝັ້ນໃນການປົກປ້ອງຜົນປະໂຫຍດຮ່ວມຂອງບັນດາປະເທດກໍາລັງພັດທະນາ ທັງນີ້ກໍ່ເພື່ອສົົ່ງເສີ່ມສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນວັດທະນາຢູ່ໃນພາກພື້ນ ແລະ ໃນໂລກ, ສ້າງເງື່ອນໄຂອັນໜັກແໜ້ນໃຫ້ແກ່ການບັນລຸເປົ້າໝາຍຂອງ ສປປ ລາວ ໃນການນຳເອົາປະເທດຫຼຸດພົ້ນອອກຈາກສະພາວະດ້ອຍພັດທະນາ, ກໍ່ຄືການບັນລຸເປົ້າໝາຍສູ້ຊົນ 100 ປີ ສອງເຫດການ ແລະ ຄວາມມຸ້ງຫວັງແຫ່ງການຟື້ນຟູຄວາມຮຸ່ງເຮືອງສີວິໄລ​​ຂອງຊາດຈີນ ໂດຍສະເພາະແມ່ນເປັນການປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ພາລະກິດສັງຄົມນິຍົມໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

         ໃນໂອກາດທີ່ມີຄວາມໝາຍສໍາຄັນຢ່າງຍິ່ງນີ້, ໃນນາມພັກ, ລັດຖະບານ ແລະ ປະຊາຊົນລາວ ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ໝາກຜົນອັນໃຫຍ່ຫຼວງທີ່ສອງປະເທດພວກເຮົາຍາດມາໄດ້ຕະຫຼອດໄລຍະຜ່ານມາ ແລະ ຂໍຖືໂອກາດນີ້ ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ແລະ ຂອບອົກຂອບໃຈຢ່າງຈິງໃຈ ມາຍັງພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນລ້ຳຄ່າ ໃຫ້ແກ່ ສປປ ລາວ ຂອງພວກຂ້າພະເຈົ້າມາໂດຍຕະຫຼອດ ແລະ ພວກຂ້າພະເຈົ້າພ້ອມແລ້ວທີ່ຈະຮ່ວມມືກັບບັນດາສະຫາຍອ້າຍນ້ອງຈີນ ສະເຫຼີມສະຫຼອງຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຜົນສໍາເລັດຢ່າງຈົບງາມ ຕາມເປົ້າໝາຍທີ່ວາງໄວ້, ທັງນີ້ກໍ່ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍແຜນແມ່ບົດວ່າດ້ວຍຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ກໍ່ຄືການປະກອບສ່ວນໃນການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ ໃຫ້ນັບມື້ປະກົດຜົນເປັນຈິງ.

         ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມຊາຕາກໍາ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນຈີນ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດໄປ.

         ອວຍພອນໃຫ້ ສະຫາຍ, ຄະນະລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ຈົ່ງມີພະລານາໄມທີ່ສົມບູນ, ມີຄວາມສຸກທຸກປະການ ແລະ ສືບຕໍ່ນໍາພາປະເທດຈີນກ້າວຂຶ້ນຢ່າງໜັກແໜ້ນ ຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ບັນລຸເປົ້າ ໝາຍ 100 ປີ ສອງເຫດການ ແລະ ຄວາມມຸ້ງຫວັງແຫ່ງການຟື້ນຟູຄວາມຮຸ່ງເຮືອງສີວິໄລ​​ຂອງຊາດຈີນ.

            ດ້ວຍຄວາມນັບຖືຢ່າງສູງ,

                                                           ນະຄອນຫຼວງວຽງຈັນ, ວັນທີ 25 ເມສາ 2021

                                                                        ພັນຄໍາ ວິພາວັນ

                                             ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

-----------------------------------------------------

ຮຽນ:   ສະຫາຍ ຫວັງ ອີ້,                           

         ລັດຖະມົນຕີກະຊວງການຕ່າງປະເທດ

         ແຫ່ງ ສາທາລະນະລັດ ປະຊາຊົນຈີນ.

                                    ທີ່ ນະຄອນຫຼວງປັກກິ່ງ

ສະຫາຍ ທີ່ຮັກແພງ,

            ເນື່ອງໃນໂອກາດອັນສະຫງ່າລາສີແຫ່ງການສະເຫຼີມສະຫຼອງ ຄົບຮອບ 60 ປີ ຂອງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນຈີນ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງພະນັກງານ-ລັດຖະກອນ ກະຊວງການຕ່າງປະເທດ ສປ ຈີນ ທຸກຖ້ວນໜ້າ.

         ຂ້າພະເຈົ້າ ມີີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າຕະຫຼອດໄລຍະ 60 ປີຜ່ານມາ, ການພົວພັນຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ຊຶ່ງສະແດງອອກຈາກການນຳລຸ້ນຕ່າງໆຂອງສອງປະເທດໄດ້ມີການແລກປ່ຽນການຢ້ຽມຢາມຢ່າງເປັນປົກກະຕິ ກໍຄືການຍົກລະດັບການພົວພັນຮ່ວມມືສອງຝ່າຍແບບຄູ່ຮ່ວມມືຍຸດທະສາດຮອບດ້ານ, ຫມັ້ນຄົງຍາວນານ ຕາມທິດ 4 ດີ ໃນປີ 2009 ແລະ ກ້າວຂຶ້ນເປັນຄູ່ຮ່ວມຊາຕາກຳລາວ-ຈີນ, ຈີນ-ລາວ ໃນປີ 2019, ໂດຍແມ່ນ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ເປັນຜູ້ລົງນາມໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳດັ່ງກ່າວ, ຊຶ່ງເປັນເອກະສານສຳຄັນທີ່ມີຄວາມຫມາຍທາງປະຫວັດສາດ ແຫ່ງ ການພົວພັນລາວ-ຈີນ, ຈີນ-ລາວ, ເປັນເຂັມຊີ້ທິດເຍື່ອງທາງໃຫ້ແກ່ການພົວພັນຮ່ວມມື ລະຫວ່າງສອງປະເທດໃຫ້ເກີດດອກອອກຜົນຍິ່ງໆຂຶ້ນໃນຕໍ່ຫນ້າ. ໃນນີ້, ສອງກະຊວງການຕ່າງປະເທດພວກເຮົາ ໄດ້ຄຽງບ່າຄຽງໄລປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາການພົວພັນຮ່ວມມື ລະ ຫວ່າງ ສອງປະເທດຕະຫລອດໄລຍະ 60 ປີຜ່ານມາ ແລະ ໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນທັງສອງຊາດພວກເຮົາ, ທັງເປັນການປະກອບສ່ວນເຂົ້າໃນພາລະກິດແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າ ພ້ອມແລ້ວທີ່ຈະສືບຕໍ່ຮ່ວມເຮັດວຽກຢ່າງໃກ້ຊິດກັບສະຫາຍ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນແບບຄູ່ຮ່ວມຊາຕາກໍາສັງຄົົມນິຍົມ ລະຫວ່າງ ສອງປະເທດລາວ-ຈີນ ກໍຄືສອງກະຊວງການຕ່າງປະເທດຂອງພວກເຮົາໃຫ້ນັບມື້ນັບຂະຫຍາຍຕົວ ແລະ ເລິກເຊິ່ງຍິ່ງໆຂຶ້ນ.

         ໃນໂອກາດອັນສະຫງ່າລາສີ ແລະ ມີຄວາມໝາຍສໍາຄັນນີ້, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງສະຫາຍ ພ້ອມດ້ວຍພະນັກງານ-ລັດຖະກອນ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ພວກຂ້າພະເຈົ້າຕະຫຼອດມາ ແລະ ອວຍພອນໃຫ້ສາຍພົວພັນອັນເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ ຈົ່ງໝັ້ນຄົງຖະນົງແກ່ນ, ອວຍພອນໃຫ້ ສະຫາຍ ພ້ອມດ້ວຍຄະນະນຳ ແລະ ພະນັກງານທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ສືບຕໍ່ໄດ້ຮັບຜົນສໍາເລັດ ໃນຫນ້າທີ່ອັນມີກຽດ ແລະ ສູງສົ່ງຂອງຕົນ.

ດ້ວຍຄວາມນັບຖືຢ່າງສູງ,                                   

           ນະຄອນຫຼວງວຽງຈັນ, ວັນທີ 25 ເມສາ 2021                                                             

                                                                        ສະເຫຼີມໄຊ ກົມມະສິດ

                                                                        ລັດຖະມົນຕີກະຊວງການຕ່າງປະເທດ

                                                                 ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485930
ມື້ນີ້61
ມື້ວານ168
ອາທິດນີ້966
ເດືອນນີ້5235