ນະຄອນຫຼວງວຽງຈັນ, ວັນທີ 18 ພຶດສະພາ 2021
ພະນະທ່ານ,
ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ສານຊົມເຊີຍອັນອົບອຸ່ນ ຂອງ ພະນະທ່ານ ເນື່ອງໃນໂອກາດທີ່ ຂ້າພະເຈົ້າ ໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຮ່ວມມືທີ່ດີ ລະຫວ່າງ ສອງປະເທດຂອງພວກເຮົາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ, ປະສົບຜົນສຳເລັດທຸກປະການ ໃນໜ້າທີ່ຮັບຜິດຊອບອັນສູງສົ່ງຂອງຕົນ ແລະ ປະຊາຊົນ ຕວັກກີ ທຸກຖ້ວນໜ້າ ຈົ່ງມີແຕ່ຄວາມຜາສຸກ ແລະ ອຸດົມຮັ່ງມີ ຕະຫຼອດກາລະນານ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ພະນະທ່ານ ເຣີເຊັບ ໄຕຢິບ ແອໂດກັນ
ປະທານາທິບໍດີແຫ່ງ ສາທາລະນະລັດ ຕວັກກີ
ທີ່ ອັງກາຣາ