ນະຄອນຫຼວງວຽງຈັນ, ວັນທີ 13 ມິຖຸນາ 2021
ສົມເດັດ ພະລາຊິນີ ອີລີຊາເບັດ ທີ II
ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ
ທີ່ ລອນດອນ
ສົມເດັດ ພະລາຊິນີ ທີ່ນັບຖື,
ເນື່ອງໃນໂອກາດແຫ່ງການສະເຫຼີມສະຫຼອງວັນຄ້າຍວັນປະສູດຂອງ ສົມເດັດ ພະລາຊິນີ ຄົບຮອບ 95 ພັນສາ, ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສົມເດັດ ພະລາຊິນີ ແລະ ຜ່ານສົມເດັດ ພະລາຊິນີໄປຍັງປະຊາຊົນເພື່ອນມິດ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ທຸກຖ້ວນໜ້າຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງ.
ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດພວກເຮົາຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ເຂັ້ມແຂງຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນທັງສອງຊາດພວກເຮົາ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ