ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມຊົມເຊີຍ ເນື່ອງໃນວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ຟິລິບປິນ ຄົບຮອບ 123 ປີ

 

 

ນະຄອນຫຼວງວຽງຈັນ, ວັນທີ 12 ມິຖຸນາ 2021

ພະນະທ່ານ,

ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ຟີລິບປິນ ຄົບຮອບ 123 ປີ ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມຮູ້ສຶກຍິນດີເປັນຢ່າງຍິ່ງ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນຟີລິບປິນທຸກຖ້ວນໜ້າ.

ຂ້າ​ພະ​ເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບທີ່ຍາວນານ ແລະ ການຮ່ວມມືທີ່ດີງາມລະຫວ່າງສອງປະເທດຂອງພວກເຮົາ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງຕະຫລອດໄລຍະເວລາກວ່າ 6 ທົດສະວັດ ແລະ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດ ກັບພະນະທ່ານ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍການຮ່ວມມືຂອງສອງປະເທດພວກເຮົາໃຫ້ແຕກດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນສອງຊາດພວກເຮົາ ກໍ່ຄືເພື່ອສັນຕິພາບ,​ ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊ ມາຍັງ ພະນະທ່ານ ຈົ່ງ​​ມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງ ຂອງ ພະນະທ່ານແລະ ຂໍໃຫ້ປະຊາຊົນຟີລິບປິນເພື່ອນມິດ ຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ.

ດ້ວຍຄວາມນັບຖືຢ່າງສູງ,

  

ທອງລຸນ ສີສຸລິດ

ພະນະທ່ານ ໂຣດຣິໂກ ຣົວ ດູເຕີເຕ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ

ທີ່ ມະນີລາ

-------------------------------------------------------------------

ນະຄອນຫຼວງວຽງຈັນ, ວັນທີ 16 ມິຖຸນາ 2021

ພະນະທ່ານ,

ເນື່ອງໃນໂອກາດວັນປະກາດເອກະລາດ ຄົບຮອບ 123 ປີ ແຫ່ງ ສາທາລະນະລັດ ຟີລິບປີນ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນຟີລິບປິນເພື່ອນມິດ ທຸກຖ້ວນໜ້າ.

ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ໃນຊຸມປີຜ່ານມາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຟິລິບປິນ ໄດ້ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ທັງຂອບສອງຝ່າຍ ແລະ ຫຼາຍຝ່າຍ. ໃນປີ 2020 ຜ່ານມາ ສອງປະເທດພວກເຮົາໄດ້ສຳເລັດການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 65 ປີ ເຊິ່ງໄດ້ຈັດຫຼາຍກິດຈະກຳຮ່ວມກັນ. ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ທີ່ຈະສືບຕໍ່ຮ່ວມເຮັດວຽກກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນໍໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາ ກໍ່ຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີ ແລະ ມີຄວາມສໍາຄັນນີ້ ອວຍພອນໄຊໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງພະນະທ່ານ ແລະ ນຳພາປະຊາຊົນຟີລິບປິນ ສືບຕໍ່ໄດ້ຮັບຜົນສໍາເລັດໃນການພັດທະນາປະເທດ ໃຫ້ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

ດ້ວຍຄວາມນັບຖືຢ່າງສູງ,                                        

ພັນຄຳ ວິພາວັນ

ພະນະທ່ານ ໂຣດຣິໂກ ຣົວ ດູເຕີເຕ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ

ທີ່ ມະນີລາ

-------------------------------------------------------------------

ນະຄອນຫຼວງວຽງຈັນ, ວັນທີ 14 ມິຖຸນາ 2021

ພະນະທ່ານ,

ເນື່ອງໃນໂອກາດວັນປະກາດເອກະລາດ ຄົບຮອບ 123 ປີ ແຫ່ງ ສາທາລະນະລັດ ຟີລິບປີນ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟິລິບປິນ ທຸກຖ້ວນໜ້າ.

ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ໃນຊຸມປີຜ່ານມາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຟິລິບປິນ ໄດ້ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີງາມລະຫວ່າງສອງຊາດພວກເຮົາ ໄດ້ສະແດງອອກ ສອງປະເທດພວກເຮົາໄດ້ສຳເລັດການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 65 ປີ ຜ່ານມາ. ຂ້າພະເຈົ້າ ຫວັງວ່າຈະໄດ້ຕ້ອນຮັບ ແລະ ເຮັດວຽກຮ່ວມກັບພະນະທ່ານ ຢ່າງໃກ້ຊິດ ໃນການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເປັນປະທານຮ່ວມໃນກອງປະຊຸມ ຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ຄັ້ງທີ 2 ເພື່ອສືບຕໍ່ຮັດແໜ້ນການພົວພັນຮ່ວມມື ໃນຫຼາຍຂົງເຂດ ໃນອະນາຄົດອັນໃກ້ນີ້.

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊໃຫ້ ພະນະທ່ານ ກໍ່ຄືພະນັກງານທັງໝົດຂອງກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟິລິບປິນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງພະນະທ່ານ.

ດ້ວຍຄວາມນັບຖືຢ່າງສູງ,                                        

ສະເຫຼີມໄຊ ກົມມະສິດ

ພະນະທ່ານ ທີໂອໂດໂຣ ແອວ ລັກເຊັນ ຈູເນຍ.

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟິລິບປິນ

ທີ່ ມະນີລາ

 

-------------------------------------------------------------------

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486438
ມື້ນີ້134
ມື້ວານ220
ອາທິດນີ້100
ເດືອນນີ້5743