ນະຄອນຫຼວງວຽງຈັນ,ວັນທີ 25 ມິຖຸນາ 2021
ພະນະທ່ານ,
ຂ້າພະເຈົ້າ ມີຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວວ່າ ພະນະທ່ານ ເບນິໂຍ ຊິມອນ ອາກິໂນ ທີສາມ, ອະດີດປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ ໄດ້ເຖິງແກ່ມໍລະນະກຳ ດ້ວຍໂລກຫົວໃຈລົ້ມເຫຼວ ໃນວັນທີ 24 ມິຖຸນາ 2021.
ການຈາກໄປຂອງ ພະນະທ່ານ ເບນິໂຍ ຊິມອນ ອາກິໂນ ທີສາມ ນັບວ່າເປັນການສູນເສຍອັນໃຫຍ່ຫຼວງຂອງ ປະຊາຊົນ ຟິລິບປິນ ທີ່ສູນເສຍຜູ້ນຳທີ່ເຄົາລົບຮັກ, ຜູ້ເປັນນັກຕໍ່ສູ້ເພື່ອປະຊາທິປະໄຕ ແລະ ສັນຕິພາບ ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຕາງໜ້າລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກ ຮ່ວມກັບພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງ ປະຊາຊົນ ຟິລິບປິນ ທຸກຖ້ວນໜ້າ ກໍຄືຄອບຄົວຂອງ ພະນະທ່ານ ເບນິໂຍ ຊິມອນ ອາກິໂນ ທີສາມ ດ້ວຍ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ພະນະທ່ານ, ປະຊາຊົນ ຟິລິບປິນ ແລະ ຄອບຄົວຂອງ ພະນະທ່ານ ເບນິໂຍ ຊິມອນ ອາກິໂນ ທີສາມ ຈະມີຄວາມເຂັ້ມແຂງ ແລະ ສາມາດຜ່ານພົ້ນຊ່ວງເວລາຫຍຸ້ງຍາກໃນຄັ້ງນີ້ໄດ້.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ
ທອງລຸນ ສີສຸລິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ໂຣດຣິໂກ ຣົວ ດູເຕີເຕ້
ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ
ທີ່ ມະນີລາ
----------------------//---------------------