ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ

 

ສະຫາຍ ຫຼີ ເຄີ້ສຽງ ທີ່ຮັກແພງ,

ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ, ໃນນາມ ລັດຖະບານ ແລະ ປະຊາຊົນລາວ ທຸກຖ້ວນໜ້າ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ສະຫາຍ ແລະ ຜ່ານ ສະຫາຍ ໄປຍັງລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງທຸກຖ້ວນຫນ້າ.

ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ພາຍຫລັງ ການສ້າງຕັ້ງພັກກອມມູນິດຈີນ ໃນວັນທີ 01 ກໍລະກົດ 1921 ເປັນຕົ້ນມາ, ພັກກອມມູນິດຈີນ ໄດ້ເຕີບໃຫຍ່ຂະຫຍາຍຕົວ, ຢຶດຖືການສະແຫວງຫາຄວາມຜາສຸກໃຫ້ແກ່ປະຊາຊົນ ແລະ ສ້າງຄວາມຈະເລີນຮຸ່ງເຮືອງໃຫ້ແກ່ປະເທດຊາດ ເປັນວັດຖຸປະສົງຫລັກ, ໂດຍໄດ້ນຳພາປະຊາຊົນຈີນອ້າຍນ້ອງ ຜ່ານຜ່າການຕໍ່ສູ້ຢ່າງທໍລະຫົດອົດທົນ ໃນແປວໄຟປະຕິວັດ ຈົນເຮັດສຳເລັດການປະຕິວັດປົດປ່ອຍຊາດ ແລະ ສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຂຶ້ນມາຢ່າງສະຫງ່າອົງອາດໃນປີ 1949.

ພັກກອມມູນິດຈີນ ໄດ້ເປັນເຈົ້າການນຳພາປວງຊົນຈີນທັງຊາດ ດຳເນີນພາລະກິດການປະຕິຮູບ ແລະ ເປີດປະຕິສູ່ພາຍນອກ ຢ່າງສ້າງສັນ, ອັນໄດ້ເປັນການເປີດສັງກາດໃຫມ່ແຫ່ງການສ້າງສາພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ, ເຮັດໃຫ້ ສປ ຈີນ ມີການພັດທະນາຢ່າງມະຫັດສະຈັນ, ກ້າວກະໂດດ, ຮັ່ງມີເຂັ້ມແຂງ ແລະ ກ້າວໄປສູ່ຄວາມທັນສະໄໝເທື່ອລະກ້າວ. ພາຍໃຕ້ການນຳພາ ທີ່ເປັນປຶກແຜ່ນ ແລະ ມີລັກສະນະສືບທອດຂອງຜູ້ນຳພັກກອມມູນິດ ໃນແຕ່ລະໄລຍະ, ອັນມີ ສະຫາຍ ສີ ຈິ້ນຜິງ ເປັນແກນນຳໃນປະຈຸບັນ, ສປ ຈີນ ໄດ້ສືບຕໍ່ການກໍ່ສ້າງສັງຄົມນິຍົມ ທີ່ທັນສະໄຫມ ຕາມສີສັນພິເສດຂອງຈີນ ໃນຍຸກສະໄໝໃຫມ່ ໂດຍໄດ້ບັນລຸເປົ້າໝາຍສູ້ຊົນ 100 ປີທຳອິດ ຂອງການສ້າງສັງຄົມອິ່ມໜຳສຳລານຢ່າງຮອບດ້ານ ແລະ ກ້າວໄປສູ່ການເປີດສັງກາດໃຫມ່ ແນໃສ່ປະຕິບັດໃຫ້ໄດ້ເປົ້າໝາຍສູ້ຊົນ ສ້າງຄວາມຝັນຂອງຈີນ ເພື່ອຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງ ປະຊາຊາດຈີນ ດ້ວຍບາດກ້າວທີ່ໜັກແໜ້ນ. ຜົນສຳເລັດໃນການນຳພາປະເທດຊາດ ກ້າວສູ່ຄວາມຈະເລີນຮຸ່ງເຮືອງຂອງ ພັກກອມມູນິດຈີນ ໄດ້ກາຍເປັນຕົ້ນແບບທີ່ໃສແຈ້ງໃຫ້ແກ່ປະເທດຕ່າງໆໃນໂລກ ໂດຍສະເພາະແມ່ນປະເທດກຳລັງພັດທະນາ ທີ່ພວມຊອກຕົວຢ່າງ ແລະ ຮູບແບບທີ່ດີທີ່ສຸດໃນການພັດທະນາເສດຖະກິດ-ສັງຄົມຂອງຕົນ.

ພ້ອມດຽວກັນນີ້, ປີ 2021 ກໍ່ຍັງເປັນປີທີ່ມີຄວາມໝາຍສຳຄັນຕໍ່ສາຍສຳພັນ ລາວ ແລະ ຈີນ, ນັ້ນ ກໍ່ຄື ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຈີນ, ເຊິ່ງຕະຫຼອດໄລຍະ 60 ປີ ທີ່ຜ່ານມາ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ອ້າຍນ້ອງ ໄດ້ຮັບການເພີ່ມທະວີນັບມື້ນັບສູງຂຶ້ນ, ການຂະຫຍາຍຕົວຂອງການຮ່ວມມືສອງຝ່າຍໃນດ້ານຕ່າງໆ ໄດ້ນຳເອົາຜົນປະໂຫຍດອັນໃຫຍ່ຫຼວງ ມາສູ່ປະຊາຊົນສອງຊາດຂອງພວກເຮົາ. ອັນນີ້ເປັນການສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ເຊິ່ງໄດ້ຮັບການຖະນຸຖະໜອມເພີ່ມພູນຄູນສ້າງ ທີ່ມີປະສິດທິຜົນຢ່າງຕໍ່ເນື່ອງ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ອັນພົ້ນເດັ່ນກວ່າໝູ່ ແມ່ນການຍົກລະດັບການພົວພັນຮ່ວມມື ມາເປັນຄູ່ຮ່ວມມືແບບຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ. ອັນນີ້ ເປັນການສະແດງໃຫ້ເຫັນເຖິງກຳລັງແຮງຂອງ ລະບອບສັງຄົມນິຍົມ, ການພັດທະນາ ແລະ ຄວາມມຸ້ງຫວັງໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນທັງສອງປະເທດພວກເຮົາ ໃຫ້ເຂັ້ມແຂງຮັ່ງມີດີຂຶ້ນກວ່າເກົ່າ.

ພັກ, ລັດຖະບານ ແລະ ປະຊາຊົນລາວ ຍາມໃດກໍ່ເອົາໃຈໃສ່ຖະໜຸຖະໜອມສາຍພົວພັນມິດຕະພາບອັນເປັນມູນເຊື້ອ ທີ່ການນຳລຸ້ນກ່ອນໆຂອງສອງປະເທດພວກເຮົາ ໄດ້ຮ່ວມກັນສ້າງຂຶ້ນ ແລະ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນດັ່ງກ່າວນີ້ ໃຫ້ໝັ້ນຄົງຕະຫຼອດໄປ, ຈະພ້ອມກັບລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ ສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ເຂົ້າສູ່ລວງເລິກ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ເພື່ອຜົນປະໂຫຍດອັນຊອບທຳຂອງປະຊາຊົນທັງສອງຊາດ ລາວ ແລະ ຈີນ.

ໃນໂອກາດທີ່ມີຄວາມໝາຍສຳຄັນຢ່າງຍິ່ງນີ້, ໃນນາມ ລັດຖະບານ ແລະ ປະຊາຊົນລາວ ຂ້າພະເຈົ້າ ຂໍອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມຊາຕາກຳ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນຈີນ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດໄປ.

ອວຍພອນໃຫ້ ສະຫາຍ, ຄະນະລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກທຸກປະການ ແລະ ສືບຕໍ່ນຳພາປະເທດຈີນກ້າວຂຶ້ນຢ່າງໜັກແໜ້ນ ຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ບັນລຸເປົ້າໝາຍ 100 ປີ ສອງເຫດການ ແລະ ຄວາມມຸ້ງຫວັງແຫ່ງການຟື້ນຟູຄວາມຮຸ່ງເຮືອງສີວິໄລຂອງຊາດຈີນ.

ດ້ວຍຄວາມນັບຖືຖານເພື່ອນມິດສະຫາຍ,

ພັນຄຳ ວິພາວັນ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ສະຫາຍ ຫຼີ ເຄີ້ສຽງ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ

ທີ່ ນະຄອນຫຼວງປັກກິ່ງ

-----------------------------------------------

ລັດຖະມົນຕີກະຊວງການຕ່າງປະເທດ

ສະຫາຍ ຫວັງ ອີ້ ທີ່ຮັກແພງ,

ເນື່ອງໃນໂອກາດອັນສະຫງ່າລາສີ ແຫ່ງ ການສ້າງຕັ້ງພັກກອມມູນິດຈີນ ຄົບຮອບ100ປີ (ວັນທີ 01 ກໍລະກົດ 2021), ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງບັນດາສະມາຊິກພັກຄອມມູນິດຈີນ ກໍ່ຄືພະນັກງານ-ລັດຖະກອນຂອງກະຊວງການຕ່າງປະເທດ ສປ ຈີນ ທຸກຖ້ວນໜ້າ.

ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ຮັບຮູ້ວ່າ ນັບຕັ້ງແຕ່ມື້ສ້າງຕັ້ງຂຶ້ນມາ ໃນວັນທີ 01 ກໍລະກົດ 1921, ພັັກກອມມູນິດຈີນ ໄດ້ເຕີບໃຫຍ່ເຂັ້ມແຂງ ແລະ ຕິດພັນໂດຍກົງກັບໂຊກຊະຕາກຳຂອງປະຊາຊາດຈີນ.ພັກກອມມູນິດຈີນ ຍາມໃດກໍ່ຍົກສູງຄວາມຮັບຜິດຊອບການເມືອງຕໍ່ພາລະກຳປະຫວັດສາດຂອງຕົນ, ຢຶດໝັ້ນໃນແນວທາງການສະແຫວງຫາຄວາມຜາສຸກໃຫ້ແກ່ປະຊາຊົນ ແລະ ສ້າງຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດເປັນວັດຖຸປະສົງຫຼັກ, ຢຶດໝັ້ນອຸດົມການສັງຄົມນິຍົມ ແລະ ຜົນປະໂຫຍດຂອງປະຊາຊົນຢ່າງເດັດດ່ຽວໜຽວແໜ້ນ, ໄດ້ນໍາພາປະຊາຊົນຈີນອ້າຍນ້ອງຜ່ານຜ່າການຕໍ່ສູ້ຢ່າງທໍລະຫົດອົດທົນໃນແປວໄຟປະຕິວັດທີ່ດຸເດືອດຂ້ຽວຂາດ, ເຮັດສໍາເລັດການປະຕິວັດປົດປ່ອຍຊາດ ແລະ ສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ໃນປີ 1949 ຢ່າງສະຫງ່າຜ່າເຜີຍ ແລະ ນໍາພາປະເທດຊາດ ເດີນຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພີເສດຂອງຈີນ ຈົນເຖິງປັດຈຸບັນນີ້.       

ຂ້າພະເຈົ້າ ມີີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າຕະຫຼອດໄລຍະຜ່ານມາ, ພາຍໃຕ້ການຊີ້ນຳໆພາຂອງພັກກອມມູນິດຈີນ, ການພົວພັນຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ການນໍາລຸ້ນຕ່າງໆຂອງສອງປະເທດໄດ້ມີການແລກປ່ຽນການຢ້ຽມຢາມຢ່າງເປັນປົກກະຕິເພື່ອຊຸກຍູ້ສົ່ງເສີມ ແລະ ເພີ່ມທະວີການພົວພັນ-ຮ່ວມມືທີ່ນໍາຜົນປະໂຫຍດຕົວຈິງໃຫ້ກັນ ແລະ ກັນ ຈົນກ້າວໄປສູ່ການພົວພັນທີ່ມີຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ ໃນລະດັບສູງສຸດ ອັນສະແດງອອກໃຫ້ເຫັນໃນການຍົກລະດັບການພົວພັນຮ່ວມມືສອງຝ່າຍແບບຄູ່ຮ່ວມມືຍຸດທະສາດຮອບດ້ານ, ຫມັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ຈົນເຖິງປັດຈຸບັນນີ້. ປີນີ້ກໍ່ເປັນປີທີ່ມີຄວາມໝາຍສຳຄັນ ໃນການພົວພັັນສອງຝ່າຍພວກເຮົາ ເປັນປີ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ ລາວ-ຈີນ ຊຶ່ງ ສອງກະຊວງການຕ່າງປະເທດພວກເຮົາໄດ້ປະກອບ ສ່ວນອັນສຳຄັນ ເຂົ້າໃນການພັດທະນາ ແລະ ຮັດແໜ້ນການພົວພັນຮ່ວມມືລະຫວ່າງສອງປະເທດຕະຫຼອດໄລຍະ 60 ປີຜ່ານມາ ອັນໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນທັງສອງຊາດພວກເຮົາ, ທັງເປັນການປະກອບສ່ວນເຂົ້າໃນພາລະກິດແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.

ໃນໂອກາດອັນສະຫງ່າລາສີ ແລະ ມີຄວາມໝາຍສໍາຄັນນີ້, ຂ້າພະເຈົ້າ ຂໍສະແດງຄວາມຍິນດີ ແລະ ຊົມເຊີຍ ມາຍັງສະຫາຍ ພ້ອມດ້ວຍບັນດາສະມາຊິກພັກ ກໍ່ຄືພະນັກງານ-ລັດຖະກອນ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ. ຂໍອວຍພອນມາຍັງສະຫາຍ ແລະ ພະນັກງານທຸກຄົນຂອງກກະຊວງການຕ່າງປະເທດ ສປ ຈີນ ຈົ່ງປະສົບແຕ່ຜົນສຳເລັດທີ່ຍິ່ງໃຫຍ່ກວ່າເກົ່າ, ສືບຕໍ່ເຊີດຊູ ແລະ ຍົກສູງການນໍາພາຂອງ ສປ ຈີນ ໃນເວທີ ພາກພື້ນ ແລະ ສາກົນ ເພື່ອຜົນປະໂຫຍດລວມຂອງສາກົນ, ເພື່ອຄວາມຍຸດຕິທຳ ແລະ ຄວາມສະເໝີພາບຂອງນາໆຊາດໃນໂລກ. ຂໍອວຍພອນໃຫ້ສາຍພົວພັນອັນເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ ຈົ່ງໝັ້ນຄົງຖະນົງແກ່ນ, ອວຍພອນໃຫ້ ສະຫາຍ ພ້ອມດ້ວຍຄະນະນຳ ແລະ ພະນັກງານທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ສືບຕໍ່ໄດ້ຮັບຜົນສໍາເລັດ ໃນຫນ້າທີ່ອັນມີກຽດ ແລະ ສູງສົ່ງຂອງຕົນ.

ດ້ວຍຄວາມນັບຖືຢ່າງສູງ

ສະເຫຼີມໄຊ ກົມມະສິດ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ນະຄອນຫຼວງວຽງຈັນ, ວັນທີ 30 ມິຖຸນາ 2021

ສະຫາຍ ຫວັງ ອີ້,               

ທີ່ປຶກສາແຫ່ງລັດ,

ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ປະຊາຊົນຈີນ

ທີ່ ນະຄອນຫຼວງປັກກິ່ງ

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486407
ມື້ນີ້103
ມື້ວານ220
ອາທິດນີ້69
ເດືອນນີ້5712