ພະນະທ່ານ ໂຈເຊັບ ອຼາ ໄບເດັນ ຈູເນຍ
ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ
ທີ່ ວໍຊີງຕັນ, ດີຊີ
ພະນະທ່ານ,
ໃນນາມປະຊາຊົນລາວທັງຊາດ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນ ອາເມຣິກາ ທຸກທົ່ວໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະລັດ ອາເມຣິກາ ຄົບຮອບ 245 ປີ.
ຂ້າພະເຈົ້າ ຫວັງວ່າຢ່າງຍິ່ງວ່າການພົວພັນ ແລະ ການຮ່ວມມືອັນດີ ທີ່ມີມາເປັນເວລາຍາວນານ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະລັດ ອາເມຣິກາ ຈະສືບຕໍ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຍິ່ງຂຶ້ນ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ,ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງໃນພາກພື້ນ ແລະ ໃນທົ່ວໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງຕົນທຸກປະການ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ປະທານປະເທດ ແຫ່ງ ສປປ ລາວ
ນະຄອນຫຼວງວຽງຈັນ, ວັນທີ 01 ກໍລະກົດ 2021
------------------------------------------------------------
ພະນະທ່ານ ແອນໂທນີ ເຈ ບຣິນແກັນ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະລັດ ອາເມຣິກາ
ທີ່ ວໍຊິງຕັນ, ດີຊີ.
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະລັດ ອາເມຣິກາ ຄົບຮອບ 245 ປີ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ພະນັກງານ ຂອງ ກະຊວງການຕ່າງປະເທດ ສະຫະລັດ ທຸກທົ່ວໜ້າ.
ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນດີທີ່ມີຢູ່ໃນປະຈຸບັນ ລະຫວ່າງ ສອງປະເທດຂອງພວກເຮົາ ຈະສືບຕໍ່ຮັດແໜ້ນ ແລະ ຂະຫຍາຍຕົວໄປສູ່ບາດກ້າວໃໝ່ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງໃນພາກພື້ນຂອງພວກເຮົາ ແລະ ໃນທົ່ວໂລກ.
ດ້ວຍຄວາມນັບຖືເປັນຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
ນະຄອນຫຼວງວຽງຈັນ, ວັນທີ 02 ກໍລະກົດ 2021