ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຳມະນາ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ ພາຍໃຕ້ຫົວຂໍ້: “ຍຸດທະສາດຂອງອີຢູຕໍ່ການຮ່ວມມືໃນພາກພື້ນ ອິນໂດ-ປາຊີຟິກ” ຫລື “EU Strategy for Cooperation in the Indo-Pacific”

 

 

ໃນຕອນບ່າຍຂອງ ວັນທີ 17 ມີນາ 2022, ທີ່ ໂຮງແຮມ ລາວພລາຊາ, ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ແລະ ສຳນັກງານສະຫະພາບເອີຣົບ ປະຈໍາ ສປປ ລາວ ໄດ້ເປັນເຈົ້າພາບຮ່ວມ ໃນການຈັດກອງປະຊຸມສຳມະນາ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ ພາຍໃຕ້ຫົວຂໍ້: “ຍຸດທະສາດຂອງອີຢູ ຕໍ່ການຮ່ວມມືໃນພາກພື້ນ ອິນໂດ-ປາຊີຟິກ” ຫລື “EU Strategy for Cooperation in the Indo-Pacific”. ໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມ ໂດຍ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ Ina MARCIULIONYTE, ​​ເອກ​ອັກຄະ​ລັດຖະທູດ​ ແຫ່ງ ​ສະຫະພາບ ​ເອີຣົບ ປະຈຳ ສປປ ​ລາວ.

 

ໃນໄລຍະ​ຜ່ານ​ມາ,  ສະ​ຫະພາບເອຣົບ​ ​​ເປັນ​ອົງການໜຶ່ງທີ່ມີ​ບົດບາດ​ສຳ​ຄັນ ໃນການສະໜອງ​ດ້ານທຶນຮອນ ເພື່ອຊ່ວຍ​ເຫຼືອ​ແກ່ ສປປ ລາວ ​ໃນການ​ປັບປຸງຄຸນນະພາບ​ ແລະ ຊີວິດການ​ເປັນ​ຢູ່ຂອງ​ປະຊາຊົນ​​, ສ້າງຄວາມອາດສາມາດ ແລະ ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ 19. ເພື່ອສືບຕໍ່ຜັນຂະຫຍາຍຂອບການຮ່ວມມືໃນດ້ານຕ່າງໆ ລະຫວ່າງ ສປປ ລາວ ແລະ ອີຢູ ໃຫ້ມີຄວາມແໜ້ນແຟ້ນຂື້ນກວ່າເກົ່າ. ດັ່ງນັ້ນ, ສະຖາບັນການຕ່າງປະເທດ ແລະ ສຳນັກງານ ສະຫະພາບ ເອີຣົບ ປະຈໍາ ສປປ ລາວ ຈຶ່ງຕົກລົງເຫັນດີຈັດກອງປະຊຸມສຳມະນາຮ່ວມກັນ, ເຊິ່ງຈຸດປະສົງຂອງກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເພື່ອຮັບຟັງການເຜີຍແຜ່ ແລະ ສ້າງຄວາມເຂົ້າອົກເຂົ້າໃຈ ໃຫ້ແກ່ ສປປ ລາວ ໃນການກຳນົດຍຸດທະສາດຂອງ ອີຢູ ຕໍ່ ພາກພື້ນ ອິນໂດ-ປາຊີຟິກ, ເຊິ່ງຍຸດທະສາດດັ່ງກ່າວໄດ້ເນັ້ນໜັກໃສ່ ການສົ່ງເສີມການລົງທຶນລະຫວ່າງ ອີຢູ ກັບບັນດາປະເທດໃນພາກພື້ນ ອິນໂດ-ປາຊີຟິກ, ການເຊື່ອມໂຍງເຊື່ອມຈອດ, ການຮັກສາສັນຕິພາບ ແລະ ສະຖຽນລະພາບ ແລະ ການຮ່ວມມືໃນການແກ້ໄຂບັນຫາທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ໂດຍສະເພາະແມ່ນ ການປ່ຽນແປງຂອງສະພາບດິນຟ້າອາກາດ. ນອກຈາກນີ້, ກໍ່ເພື່ອເປີດໂອກາດໃຫ້ຝ່າຍ ລາວ ແລະ ອີຢູ ໄດ້ແລກປ່ຽນຄຳຄິດເຫັນ ໃນການຊຸກຍູ້ ແລະ ສົ່ງເສີມການຮ່ວມມື ລະຫວ່າງ ສປປ ລາວ ແລະ ອີຢູ ໃຫ້ມີຄວາມແໜ້ນແຟ້ນຂື້ນກວ່າເກົ່າ.

 

ກອງປະຊຸມສໍາມະນາດັ່ງກ່າວ ດໍາເນີນໄປຢ່າງມີບັນຍາກາດ ໂດຍມີຜູ້ໃຫ້ຄວາມສົນໃຈເຂົ້າຮ່ວມກອງປະຊຸມສຳມະນາດັ່ງກ່າວ ທັງແບບເຊິ່ງໜ້າ ແລະ ຜ່ານທາງອອນລາຍ ຈຳນວນຫຼາຍກວ່າ 50 ທ່ານ ແລະ  ກອງປະຊຸມສໍາມະນາໃນຄັ້ງນີ້ ມີຄວາມໝາຍຄວາມສຳຄັນ ໃນການສ້າງຄວາມເຂົ້າອົກເຂົ້າໃຈ ກ່ຽວກັບ ຍຸດທະສາດ ແລະ ບົດບາດຂອງອີຢູ ຕໍ່ ພາກພື້ນ ອິນໂດ-ປາຊີຟິກ. ນອກຈາກນີ້ ກໍ່ເພື່ອສືບຕໍ່ສົ່ງເສີມ ການຮ່ວມມືໃນດ້ານຕ່າງໆ  ລະຫວ່າງ ສປປ ລາວ ແລະ ອີຢູ ໃຫ້ປະກົດຜົນເປັນຈິງ ແລະ ນຳເອົາຜົນປະໂຫຍດສູງສຸດມາໃຫ້ແກ່ປະຊາຊົນລາວ ແລະ ອີຢູ.

 

 

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485925
ມື້ນີ້56
ມື້ວານ168
ອາທິດນີ້961
ເດືອນນີ້5230