ລັດຖະບານ ແຫ່ງ ສປປ ລາວ ໄດ້ຕິດຕາມສະພາບການປະທ້ວງຢູ່ເຂດປົກຄອງພິເສດຮົງກົງ, ສປ ຈີນ ຢ່າງໃກ້ຊິດ ແລະ ມີຄວາມເປັນຫ່ວງຕໍ່ເຫດການປະທ້ວງດັ່ງກ່າວ, ຊຶ່ງເປັນການສ້າງຄວາມບໍ່ສະຫງົບຕໍ່ສະຖຽນລະພາບທາງສັງຄົມຂອງເກາະຮົງກົງ.
ລັດຖະບານ ສປປ ລາວ ເວລາໃດກໍ່ຢືດໝັ້ນນະໂຍບາຍຈີນດຽວ ແລະ ຮັບຮູ້ ຮົງກົງ ແມ່ນເຂດປົກຄອງພິເສດຂອງ ສປ ຈີນ ຕາມລະບົບ “ຈີນດຽວ ສອງລະບອບ”.
ສປປ ລາວ ຫວັງຢ່າງຍິ່ງວ່າ ເຫດການດັ່ງກ່າວ ຈະໄດ້ຮັບການແກ້ໄຂໂດຍລັດຖະບານເຂດປົກຄອງພິເສດຮົງກົງໂດຍສັນຕິວິທີ ເພື່ອເຮັດໃຫ້ສະພາບການກັບຄືນສູ່ປົກກະຕິ.
--------------------------------------------------------------------------------------------