ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສະແດງຄວາມເປັນຫ່ວງ ຕໍ່ກັບການປະກາດພຽງຝ່າຍດຽວໃຫ້ນະຄອນເຢຣູຊາເລັມ ເປັນເມືອງຫລວງຂອງປະເທດອິດສະຣາແອນ ຂອງ ປະທານາທິບໍດີ ສະຫະລັດອາເມລິກາ. ສປປ ລາວ ຍາມໃດກໍສະໜັບສະໜູນ ການຕໍ່ສູ້ອັນເປັນທຳຂອງປະຊາຊົນປາແລັດສະຕິນ ໂດຍສະເພາະແມ່ນສິດທິທີ່ຕັດແຍກອອກບໍ່ໄດ້ ໃນການຕັດສິນຊະຕາກຳດ້ວຍຕົນເອງ ແລະ ການສ້າງຕັ້ງລັດເອກະລາດ ຢູ່ເທິງຜືນແຜ່ນດິນອັນຄົບຖ້ວນຂອງປາແລັດສະຕິນ. ສປປ ລາວ ເຊື່ອໝັ້ນວ່າ ທາງອອກພຽງໜຶ່ງດຽວ ແມ່ນຄວາມເປັນເອກະພາບກັນພາຍໃນວົງຄະນາຍາດສາກົນ ຕໍ່ກັບບັນຫານີ້ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການສ້າງຕັ້ງທັງສອງລັດ ປາແລັດສະຕິນ ແລະ ອິດສະຣາແອນ ໃຫ້ຢູ່ຮ່ວມກັນໂດຍສັນຕິ ເຊິ່ງໄດ້ກຳນົດຢູ່ໃນຍັດຕິຂອງສະພາຄວາມໝັ້ນຄົງ ແລະ ຍັດຕິທີ່ກ່ຽວຂ້ອງຂອງອົງການສະຫະປະຊາຊາດ ຕໍ່ບັນຫາດັ່ງກ່າວ.