ເລື່ອງ: ການມີຜົນບັງຄັບໃຊ້ ແລະ ຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນການທູດ
ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອາແຊກບາຍຊານ.
ສັນຍາວ່າດ້ວຍການຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນການທູດ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອາແຊກບາຍຊານ ທີ່ໄດ້ລົງນາມໃນວັນທີ 19 ມິຖຸນາ 2017 ທີ່ ບາກູ, ມີຜົນບັງຄັບໃຊ້ນັບແຕ່ວັນທີ 25 ທັນວາ 2017, ເຊິ່ງມີເນື້ອໃນສຳຄັນດັ່ງລຸ່ມນີ້:
- ພົນລະເມືອງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາແຊກບາຍຊານ ຜູ້ທີ່ຖືໜັງສືຜ່ານແດນການທູດ ທີ່ມີອາຍຸການນຳໃຊ້ ແມ່ນສາມາດເດີນທາງເຂົ້າ, ອອກ, ຜ່ານ ແລະ ພັກເຊົາຢູ່ໃນດິນແດນຂອງຄູ່ສັນຍາອີກຝ່າຍໜຶ່ງ ໂດຍບໍ່ຈຳເປັນມີວີຊາ ໃນໄລຍະບໍ່ເກີນ 1 (ໜຶ່ງ) ເດືອນ.
- ໄລຍະເວລາພັກເຊົາສຳລັບພົນລະເມືອງຂອງຄູ່ສັນຍາ ຈະສາມາດຂະຫຍາຍເວລາຕໍ່ໄດ້ ຕາມການຮ້ອງຂໍຢ່າງເປັນທາງການ ແຕ່ຕ້ອງໄດ້ຮັບອະນຸຍາດຈາກໜ່ວຍງານທີ່ກ່ຽວຂ້ອງຂອງຄູ່ສັນຍາຝ່າຍຮັບ.