ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບ ທູດອາເມລິກາ ເຂົ້າຢ້ຽມຂ່ຳນັບອຳລາ

slx am usa1

slx am usa2

 

​    ໃນວັນ​ທີ 14 ກັນຍາ 2016, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Daniel A. Clune, ເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມລິກາ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເພື່ອອໍາລາກັບຄືນປະເທດ ພາຍຫຼັງທີ່ທ່ານ ໄດ້ສຳເລັດການປະຕິບັດໜ້າທີ່ການທູດປະຈຳຢູ່ ສປປ ລາວ.

 

ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ກ່າວຍ້ອງຍໍຊົມເຊີຍທ່ານເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ທີ່ໄດ້ເຄື່ອນໄຫວຢ່າງຫ້າວຫັນໃນການປະຕິບັດໜ້າທີ່ຕະຫຼອດໄລຍະເວລາ 3 ປີ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ, ພິເສດແມ່ນໃນການດຳ​ເນີນການຢ້ຽມຢາມຄັ້ງປະຫວັດສາດ ຂອງ ປະທານາທິບໍດີ ບາຣັກ ໂອບາມາ ແຫ່ງ ສະຫະລັດ ອາເມລິກາ ຢູ່ ສປປລາວ ທີ່ໄດ້ເປັນການເປີດສັງກາດໃໝ່ ທັງເປັນນິມິດໝາຍອັນດີ ໃຫ້ແກ່ການເພີ້ມທະວີ ການພົວພັນຮ່ວມມືລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ອາເມລິກາ ໃນອະນາຄົດ. ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ລັດ​ຖະມົນ​ຕີ​ກະຊວງການຕ່າງປະເທດ ໄດ້ອວຍໄຊໃຫ້ພອນທ່ານເອກອັກຄະລັດຖະທູດ ຈົ່ງເດີນທາງກັບຄືນປະ​ເທດ​ດ້ວຍ​ຄວາມ​ສະ​ຫວັດດີພາບ ແລະ ປະສົບຜົນສຳເລັດທຸກປະການ ໃນອະນາຄົດຕໍ່ໄປ.

 

ບົດຂ່າວອື່ນໆ

ແຈ້ງການ

    

* ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2023.

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)  

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
422714
ມື້ນີ້48
ມື້ວານ256
ອາທິດນີ້969
ເດືອນນີ້474