ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລະດັບສູງຄັ້ງທຳອິດ ຂອງເວທີປຶກສາຫາລືວ່າດ້ວຍ ການປະຕິບັດງານສາກົນເພື່ອການພັດທະນາຮ່ວມກັນ

 

GDI 1

GDI 2

 

ໃນວັນທີ 10 ກໍລະກົດ 2023, ທີ່ນະຄອນຫລວງປັກກິ່ງ, ສປ.ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມລະດັບສູງຄັ້ງທຳອິດ ຂອງເວທີປຶກສາຫາລືວ່າດ້ວຍ ການປະຕິບັດງານສາກົນເພື່ອການພັດທະນາຮ່ວມກັນ (First High-Level Meeting of Forum on Global Action for Shared Development) ພາຍໃຕ້ຂໍ້ລິ ເລີ່ມດ້ານການພັດທະນາສາກົນ (Global Development Initiative) ທີ່ສະເຫນີໂດຍພະນະທ່ານ ສີຈິ້ນຜິງ, ປະທານປະເທດ ແຫ່ງ ສະທາລະນະລັດປະຊາຊົນຈີນ, ໂດຍການເປັນເຈົ້າພາບຂອງ ອົງການຮ່ວມມືເພື່ອການພັດທະນາສາກົນຂອງ ສປ ຈີນ. ໃນພິທີເປີດກອງປະຊຸມດັ່ງກ່າວ, ທ່ານ ຫວັງ ອີ້, ກຳມະການກົມການເມືອງສູນກາງພັກ, ຫົວຫນ້າຫ້ອງການຄະນະກຳມະການກິດຈະການຕ່າງປະເທດສູນກາງພັກຄອມມູນິດຈີນ ໄດ້ຂຶ້ນອ່ານສານຊົມເຊີຍກອງປະຊຸມຂອງທ່ານປະທານ ສີຈິ້ນຜິງ ແລະ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ໂດຍມີບັນດາການນຳຂັ້ນສູງຂອງກຸ່ມປະເທດ ເພື່ອນມິດ ຂອງຂໍ້ລິເລີ່ມດ້ານການພັດທະນາສາກົນ ແລະ ຜູ້ຕາງໜ້າຈາກບັນດາສະຖານທູດ, ອົງການເຄືອຂ່າຍສະຫະປະຊາຊາດ, ອົງການຈັດຕັ້ງສາກົນ ແລະ ສະຖາບັນການເງິນສາກົນຕ່າງໆ ເຂົ້າຮ່ວມກອງປະຊຸມຫລາຍກວ່າ 300 ທ່ານ.

 

ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບມາດຕະການ ແລະ ແນວທາງປະຕິບັດຕ່າງໆ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືເພື່ອການພັດທະນາຮ່ວມກັນຂອງປະເທດກຳລັງພັດທະນາ ກໍຄືວິທີການແກ້ໄຂບັນດາສິ່ງທ້າທາຍຕ່າງໆ ທີ່ກີດຂວາງການພັດທະນາ ເສດຖະກິດສັງຄົມຢູ່ໃນໂລກ ໂດຍສະເພາະພາຍໃຕ້ຂອບຂໍ້ລິເລີ່ມດ້ານການພັດທະນາສາກົນ ເພື່ອເປັນການປະກອບສ່ວນສຳຄັນໃນການເລັ່ງລັດການຈັດຕັ້ງປະຕິບັດ ວາລະ 2030 ເພື່ອການພັດທະນາແບບຍືນຍົງໃຫ້ບັນລຸຜົນເປັນຈິງ ໃນປີ 2030. ຜົນຂອງກອງປະຊຸມທີ່ສຳຄັນແມ່ນການຮັບຮອງເອົາຖະແຫຼງການປັກກິ່ງ ເຊິ່ງໃນນັ້ນຢັ້ງຢືນເຖິງຄວາມໝາຍໝັ້ນທາງດ້ານການເມືອງຂອງບັນດາປະເທດທີ່ເຂົ້າຮ່ວມ ກໍຄືການມີສ່ວນຮ່ວມຂອງທຸກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ, ພາກເອກະຊົນ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ເພື່ອຮ່ວມມືກັນໃນວຽກງານການພັດທະນາເສດຖະກິດ-ສັງຄົມ ຢູ່ໃນສາກົນ ກໍຄືການຈັດຕັ້ງປະຕິບັດຂໍ້ລິເລີ່ມດ້ານການພັດທະນາສາກົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

 

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວຄຳເຫັນໃນທີ່ປະຊຸມ ໂດຍຊີ້ໃຫ້ເຫັນບັນດາສິ່ງທ້າທາຍທີ່ໂລກເຮົາກໍາລັງປະເຊີນຢູ່ ອັນໄດ້ສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນທົ່ວໂລກ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນ ສືບຕໍ່ຮ່ວມມືກັນໃນການແກ້ໄຂສິ່ງທ້າທາຍຕ່າງໆ ເພື່ອສັນຕິພາບ ແລະ ການພັດທະນາທີ່ຢືນຍົງຮ່ວມກັນ ພ້ອມທັງໄດ້ຢໍ້າເຖິງຄວາມໝາຍຄວາມສຳຄັນຂອງຂໍ້ລິເລີ່ມດ້ານການພັດທະນາສາກົນ, ເຊິ່ງເປັນກົນໄກການຮ່ວມມືຫລາຍຝ່າຍທີ່ຈະຊ່ວຍຊຸກຍູ້ເລັ່ງລັດການບັນລຸວາລະ 2030 ການພັດທະນາແບບຍືນຍົງຂອງປະເທດທີ່ກຳລັງພັດທະນາ ຢ່າງເປັນຮູບປະທຳ ແລະ ສອດຄ່ອງ. ໃນໂອກາດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍກັບທ່ານ ຫວັງ ອີ້ ເພື່ອປຶກສາຫາລືກ່ຽວກັບການສົ່ງເສີມການຮ່ວມມືສອງຝ່າຍໃນດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ, ເຊິ່ງເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ຫມັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ ລະຫວ່າງສອງປະເທດ ກໍຄືການຮ່ວມມືໃນຂອບອາຊຽນ.

 

ການຈັດກອງປະຊຸມຄັ້ງນີ້ ແມ່ນເປັນສ່ວນຫນຶ່ງຂອງການດຳເນີນງານເພື່ອຜັນຂະຫຍາຍຂໍ້ລິເລີ່ມດ້ານການພັດທະນາສາກົນ ຂອງທ່ານປະທານ ສີຈິ້ນຜິງ ທີ່ໄດ້ນໍາສະເໜີຕໍ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄຫມທີ 76 ໃນເດືອນກັນຍາ ປີ 2021. ຂໍ້ລິເລີ່ມດັ່ງກ່າວແມ່ນໄດ້ຍຶດຖືເອົາການພັດທະນາເປັນບູລິມະສິດຫລັກ ໂດຍຖືເອົາປະຊາຊົນເປັນໃຈກາງ, ທຸກຄົນລ້ວນແລ້ວແຕ່ໄດ້ຮັບຜົນປະໂຫຍດ, ນຳໃຊ້ນະວັດຕະກຳໃໝ່ເປັນສິ່ງຂັບເຄື່ອນການພັດທະນາ ໂດຍການຢູ່ຮ່ວມກັນຢ່າງກົມກຽວລະຫວ່າງມະນຸດ ແລະ ທຳມະຊາດ, ເຊິ່ງກວມເອົາ 8 ຂົງເຂດວຽກງານບູລິມະສິດທີ່ສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງຄື 1. ການຫລຸດຜ່ອນຄວາມທຸກຍາກ, 2. ການຄໍ້າປະກັນດ້ານສະບຽງອາຫານ, 3. ການຮັບມືກັບພະຍາດລະບາດ ແລະ ວັກຊີນ, 4. ການສະໜອງເງິນເພື່ອການພັດທະນາ, 5. ການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາສີຂຽວ, 6 ການຫັນເປັນອຸດສາຫະກໍາທີ່ທັນສະໄໝ, 7. ເສດຖະກິດດິຈິຕ້ອນ ແລະ 8. ການເຊື່ອມໂຍງໃນຍຸກດິຈິຕ້ອນ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490461
ມື້ນີ້14
ມື້ວານ213
ອາທິດນີ້1660
ເດືອນນີ້3854