ໃນຕອນເຊົ້າຂອງວັນທີ 29 ມິຖຸນາ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ Meirav Eilon Shahar, ເອກອັກຄະລັດຖະທູດອິດສະຣາແອນ ປະຈຳ ສປປ ລາວ, ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດ, ຊຶ່ງມີສຳນັກງານສະຖານເອກອັກຄະລັດຖະທູດ ຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມຍິນດີຕໍ່ທ່ານເອກອັກຄະລັດຖະທູດທີ່ໄດ້ປະຕິບັດໜ້າທີ່ການທູດຂອງຕົນຢ່າງມີຜົນສຳເລັດອັນດີ ແລະ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າ ແລະ ສຳຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອິດສະຣາແອນ ຕະຫຼອດໄລຍະເວລາທີ່ທ່ານໄດ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ປະຈຳ ສປປ ລາວ, ຊຶ່ງເຮັດໃຫ້ສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດໄດ້ຮັບການພັດທະນາເປັນຢ່າງດີ, ໂດຍສະເພາະການສະໜັບສະໜູນຊ່ວຍເຫຼືອຈາກລັດຖະບານອິດສະຣາແອນ ທາງດ້ານການພັດທະນາຊັບພະຍາກອນມະນຸດໃນໄລຍະຜ່ານມາ, ຊຶ່ງເຫັນວ່າໄດ້ຮັບຜົນດີ ເປັນຕົ້ນ ໂຄງການຮ່ວມມື ລະຫວ່າງອິດສະຣາແອນ ກັບມະຫາວິທະຍາໄລແຫ່ງຊາດລາວ, ສະຫວັນນະເຂດ ແລະ ສຸພານຸວົງ ທີ່ໄດ້ຮັບນັກສຶກສາລາວ ໄປສຶກສາ ແລະ ເຮັດວຽກຢູ່ອິດສະຣາແອນ ຫລາຍກວ່າ 1500 ຄົນ, ສະເພາະໃນປີ 2016 ມີ 250 ຄົນ. ການຊ່ວຍເຫຼືອດັ່ງກ່າວເປັນການປະກອບສ່ວນອັນສຳຄັນ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງລັດຖະບານ ໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງລາວ, ພ້ອມທັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ມີບາດກ້າວຂະຫຍາຍຕົວຍິ່ງໆຂຶ້ນ.
ທ່ານທູດອິດສະຣາແອນໄດ້ສະແດງຄວາມຂອບໃຈຕໍ່ທ່ານຮອງລັດຖະມົນຕີທີ່ໄດ້ໃຫ້ກຽດຕ້ອນຮັບທ່ານທູດໃນຄັ້ງນີ້ ກໍ່ຄືການຮ່ວມມືຂອງຝ່າຍລາວ ໃນໄລຍະການປະຕິບັດໜ້າທີ່ການທູດຂອງທ່ານ ຢູ່ ສປປ ລາວ. ພ້ອມນັ້ນ, ກໍ່ໄດ້ເປັນເອກະພາບໃນການຕີລາຄາສູງຕໍ່ການຊຸກຍູ້ສົ່ງເສີມສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດທີ່ນັບມື້ຂະຫຍາຍຕົວຂຶ້ນເລື້ອຍໆ.
ໃນຕອນທ້າຍ, ທ່ານນາງຄຳເພົາເອີນທະວັນໄດ້ອວຍພອນໄຊໃຫ້ແກ່ທ່ານເອກອັກຄະລັດຖະທູດຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ໄດ້ຮັບຜົນສຳເລັດອັນຍິ່ງໃຫຍ່ກວ່າເກົ່າໃນການປະຕິບັດໜ້າທີ່ອັນໃໝ່ໃນຕໍ່ໜ້າ.